ກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ ຄັ້ງທີ 35 ຈັດ​ຂຶ້ນ​ທີ່​ນະຄອນຫຼວງ​ວຽງ​ຈັນ
2014-09-16 18:33:01  cri 

ຕາມ​ຂ່າວ CRI ລາຍ​ງານ​ວ່າ, ກອງ​ປະ​ຊຸມ​ສະ​ມັດ​ຊາ​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ອາ​ຊຽນ ຫຼື ໄອປາ ຄັ້ງ​ທີ 35 ໄຂ​ຂື້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າ​ວັນທີ 16 ກັນ​ຍາ​ນີ້​ທີ່​ນະ​ຄອນ​ຫຼວງ​ວຽງ​ຈັນ ພາຍ​ໃຕ້​ຄຳ​ຂວັນ "ປັບ​ປຸງ​ການ​ຮ່ວມ​ມື ລັດ​ຖະ​ສະ​ພາ​ໃຫ້​ເຂັ້ມ​ແຂງ ເພື່ອ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ" ໂດຍມີ ຄະ​ນະ​ຜູ້​ແທນ ສະ​ມາ​ຊິກ​ໄອ​ປາ, ຄະ​ນະ​ຜູ້​ແທນ​ປະ​ເທດ​ສັງ​ເກດ​ການ​ເຊັ່ນ​ຈີນ, ຍີ່​ປຸ່ນ,​ແລະ ສ ​ເກົາ​ຫຼີ​ເຂົ້າ​ຮ່ວມ.

ທ່ານ ນາງ ປານີ ຢາທໍ້ຕູ້, ປະທານ ສະພາແຫ່ງຊາດ ທັງເປັນປະທານສະມັດ​ຊາ​ລັດ​ຖະ​ສະ ພາ​ລະ​ຫວ່າງ​ຊາດ​ອາ​ຊຽນ ​ແລະ ທ່ານ ທອງ​ສິງ ທຳ​ມະ​ວົງ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ ​ສປປ ລາວ​ຕ່າງ​ກໍ​ໄດ້​ຂຶ້ນ​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ເປີດ​ກອງ​ປະ​ຊຸມ​ຄັ້ງ​ນີ້.

ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ​ແມ່ນ 5 ປະ​ເທດ​ອາ​ຊຽນຄື ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ຟີ​ລິບ​ປິນ,​ໄທ​ ແລະ​ສິງກະ​ໂປ​​ພ້ອມ​ກັນສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1977, ​ໄດ້​ຈັດກອງ​ປະຊຸມ​ຄັ້ງ​ທຳ​ອິດ​ເມື່ອ​ປີ 1978 ຢູ່​ສິງກະ​ໂປ. ຫຼັງ​ຈາກ​ນັ້ນ, ຫວຽດນາມ, ລາວ, ກຳປູ​ເຈຍ, ​ບຣູ​ໄນ​ແລະ​ມຽນມາ​ກໍ​ໄດ້ເຂົ້າ​ເປັນ​ສະມາຊິກ​ອົງການ​ດັ່ງກ່າວ​ນີ້.  

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ