ແຈ້ງ​ການ​ຈາກ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ​CRI FM93.0Mhz
2014-09-16 15:27:59  cri 

ເຖິງ: ບັນດາ​ທ່ານ​ຜູ້​ຟັງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ CRI FM93.0Mhz ທີ່​ເຄົາລົບ​:

    ເນື່ງອຈາກ​ວ່າ​ໃນ​ປັດຈຸບັນ ລະບົບ​ເຄື່ອງ​ສົ່ງ​ສັນຍານ​ວິທະຍຸ​ຂອງ​ສະຖານີ​ພວກ​ເຮົາ​ມີ​ອັນ​ຂັດ​ຂ້າງ​ທາງ​ດ້ານ​ເຕັກນິກ ​ເຊິ່ງ​ເຮັດ​ໃຫ້​ລາຍການ​ຂອງ​ສະຖານີ​ພວກ​ເຮົາ​ບໍ່​ສາມາດ​ອອກ​ອາກາດ​ໄດ້​ຢ່າງ​ປົກກະຕິ ຄື​ນັບ​ແຕ່​ວັນ​ທີ 15 ກັນຍາ 2014 ນີ້. ຈິ່ງ​ເຮັດ​ໃຫ້​ເພື່ອນ​ມິດ​ລາຍການ​ບໍ່​ສາມາດ​ຮັບ​ຟັງ​ລາຍການ​ຂອງ​ວິທະຍຸ​ພວກ​ເຮົາ​ໄດ້​ຢ່າງ​ເປັນ​ປົກກະຕິ, ​ເຊິ່ງທາງ​ສະຖານີ​ວິທະຍຸ​ຂອງ​ພວກ​ເຮົາ​ກຳລັງ​ເລັ່ງສ້ອມ​ແປງ​ ແລະ​ຄາດ​ວ່າ  ​ໃນ​ມໍ່ໆ​ນີ້ ຈະ​ແກ້​ໄຂ​ໃຫ້​ສຳ​ເລັດ​ແລະ​ຈະ​ດຳ​ເນີນ​ການ​ອອກ​ອາກາດ​ໄດ້​ເປັນ​ປົກກະຕິ.
    ສະ​ນັ້ນ, ຈິ່ງ​ຂໍ​ແຈ້ງ​ມາ​ຍັງ​ບັນດາ​ທ່ານ​ຜູ້​ຟັງ ​ແລະ ​ເພື່ອນ​ມິດ​ລາຍການ​ທຸກໆ​ທ່ານ​ໃຫ້​ຮັບ​ຊາບ ​ແລະ ຂໍອະ​ໄພ​ໃນ​ຄວາມ​ບໍ່​ສະດວກ​ດັ່ງກ່າວ​ນີ້​ດ້ວຍ
    ຮຽນມາ​ດ້ວຍ​ຄວາມ​ເຄົາລົບ ​ແລະ ​ຮັກ​ແພງ​ເປັນ​ຢ່າງ​ສູງ

                                                      ທີ່ນະຄອນຫຼວງວຽງຈັນ
                                                       ວັນ​ທີ 16 ກັນຍາ2014
                                        ຫົວໜ້າ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ປະຈຳ​ລາວ

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ