ອີຣານປະຕິ​ເສດ​ຄຳ​ເຊີນ​ຂອງ​ອາ​ເມ​ລິ​ກາ​ໃນ​ການ​ຮ່ວມ​ກັນໂຈມ​ຕີ ISIS
2014-09-16 10:25:45  cri 
ຕາມ​ຂ່າວCRI: ວັນ​ທີ 15 ກັນຍາ​ນີ້, ທ່ານ​ອາ​ຢາ​ໂຕ​ລາ ອາລີ ຄາເມ​ເນອີ, ຜູ້ນຳ​ສູງ​ສຸດ​ຂອງ​ອີຣານກ່າວ​ວ່າ, ອີຣານ​ໄດ້​ປະຕິ​ເສດ​ຄຳ​ເຊີນ​ຂອງ​ອາ​ເມ​ລິ​ກາ​ໃນ​ການ​ຮ່ວມ​ກັນ​ໂຈມ​ຕີ "ປະ​ເທດ​ອິສລາມ​ອີຣັກ​ແລະ​ເລ​ວານ​ທ໌"ຫຼື ISIS.

ວັນ​ທີ 15 ກັນຍາ​ນີ້, ຜູ້ຕາງໜ້າ​ທີ່​ມາ​ຈາກ​ 5 ປະ​ເທດ​ມົນຕີ​ຖາວອນ​​ຂອງ​ອົງການ​ສະຫະ​ປະຊາ​ຊາດ, ບາງ​ປະ​ເທດ​ຂອງ​ເອີ​ລົບ, ປະ​ເທດ​ອາ​ຣັບກໍ່​ຄື​ຜູ້ຕາງໜ້າ​ຂອງ​ອົງການ​ສະຫະ​ປະຊາ​ຊາດ, ສະຫະພາບ​​ເອີ​ລົບ​ແລະ​ສັນນິບາດ​ອາຣັບໄດ້​ຮ່ວມ​ກັນ​ຈັດ​ກອງ​ປະຊຸມ​ຢູ່​ນະຄອນຫຼວງ​ປາຣີຂອງຝຣັ່ງ, ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການຈະຕໍ່ຕ້ານ"ປະ​ເທດ​ອິສລາມ​ອີຣັກ​ແລະ​ເລ​ວານ​ທ໌" ​ແນວ​ໃດ, ​ແຕ່​ອີຣານບໍ່​ໄດ້​ຮັບ​ຄຳ​ເຊີນ​ທີ່​ຈະໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມຄັ້ງ​ນີ້. ​ແຕ່​ທ່ານ​ໂຮ​ສ໌​ເຊັນ ອາ​ເມຍ​ອັບ​ໂດດ​ລາ​ຮຽນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອີຣານກ່າວ​ໃນ​ວັນ​ທີ 14 ກັນຍາ​ນີ້​ວ່າ, ອີຣານບໍ່​ມີ​ຄວາມ​ສົນ​ໃຈ​ຕໍ່​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ທີ່​ມີ​ລັກສະນະ​ທີ່​ເປັນ​ສັນຍາ​ລັກ​ແລະ​ມີ​ການຄັດ​ເລືອກ​ຄັ້ງນີ້, ທ່ານ​ຍັງ​ກ່າວ​ວ່າ​ກອງ​ປະຊຸມ​ຄັ້ງ​ນີ້​ທີ່​ຈິງ​ແລ້ວ​ກໍ່​ເປັນ​ການສະ​ແດງຮອບ​ໜຶ່ງ​ເທົ່າ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ