ອົງການ OECD ຄາດ​ຄະ​ເນ​ວ່າ ​ເສດຖະກິດ​ຈີນ​ຈະ​ເຕີບ​ໂຕ​ດ້ວຍ​ຈັງຫວະ​ທີ່ສາມາດ​ຍືນ​ຍົງ​ໄດ້​ຫຼາຍຂຶ້ນ
2014-09-16 10:37:06  cri 
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 15 ກັນຍາ​ນີ້, ອົງການ​ຮ່ວມ​ມື​ແລະ​ພັດທະນາ​ເສດຖະກິດ ຫຼື OECD ​​ໄດ້​ເຜີຍ​ແຜ່ "ບົດ​ລາຍ​ງານ​ປະ​ເມີນເສດຖະກິດ​ທົ່ວ​ໂລກ​ຊົ່ວຄາວ", ​ເຊິ່ງຄາດ​ຄະ​ເນ​ວ່າ, ​ເສດຖະກິດ​ຈີນ​ຈະ​​ເຕີບ​ໂຕ​ດ້ວຍ​ຈັງຫວະ​ທີ່ສາມາດ​ຍືນ​ຍົງ​ໄດ້​​ຫຼາຍຂຶ້ນ.

​ໃນ​ບົດ​ລາຍ​ງານ, ອົງການ OECD ກ່າວ​ວ່າ, ​ເສດຖະກິດ​ຈີນ​ກຳລັງ​ດຳ​ເນີນ​ການ​ສັບ​ຊ້ອນ​ຢ່າງ​ມີ​ລະບຽບ, ​ແຕ່​ຍັງ​ຈະ​ຮັກສາ​ການ​ເຕີບ​ໂຕ​ດ້ວຍ​ຈັງຫວະ​ທີ່ໄວ, ​ສ່ວນ​ຈັງ​ຫວະ​ໃໝ່​ຈະ​​ເປັນ​ແບບ "ຍືນ​ຍົງ​ໄດ້​​ຫຼາຍຂຶ້ນ". ອີງ​ຕາມ​ການ​ຄາດ​ຄະ​ເນ​ຂອງ​ອົງການ OECD, ຈັງ​ຫວະ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ໃນ​ປີ 2014 ຢູ່​ໃນ​ລະດັບ 7,4%, ສ່ວນ​ປີ 2015 ຈະຢູ່​ໃນ​ລະດັບ 7,3%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ