ຣັດ​ເຊຍ​ກ່າວ​ວ່າ ຈະ​ໃຊ້​ມາດ​ຕະການຫຼາຍກວ່າ​​ເກົ່າ ​ເພື່ອ​ຮັກສາ​ຜົນ​ປະ​ໂຫຍດຂອງ​ປະ​ເທດ​ຕົນ
2014-09-16 10:41:03  cri 
ຕາມ​ຂ່າວ CRI: ​ໂດຍ​ປະ​ເຊີນ​ໜ້າ​ກັບ​ການ​ລົງ​ໂທດ​ຂອງ​ສະຫະພາບ​ເອີ​ລົບ, ວັນ​ທີ 15 ກັນຍາ​ນີ້, ຣັດ​ເຊຍ​ກ່າວ​ວ່າ, ຈະ​ໃຊ້​ມາດ​ຕະການຫຼາຍກວ່​າ​ເກົ່າ ​ເພື່ອ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຕົນ, ສ່ວນມາ​ເຊ​ໂດ​ນີ​ແລະແຊັກ​ບີ ມົງ​ເຕ​ເນ​ໂກຼ ກ່າວ​ວ່າ ຈະ​ບໍ່​ເຂົ້າ​ຮ່ວມ​ການ​ລົງ​ໂທດ​ຕໍ່ຣັດ​ເຊຍ.

ວັນ​ທີ 15 ກັນຍາ​ນີ້, ສຳນັກ​ງານເຄື່ອນ​ໄຫວ​ຕໍ່​ພາຍ​ນອກ​ຂອງ​ສະຫະພາບ​ເອີ​ລົບ​ໄດ້​ຕຳນິ​ຣັດ​ເຊຍທີ່​ຂົນ​ສົ່ງ​ວັດຖຸມະນຸດສະທຳ​ໃຫ້​ອູ​ແກຼນ​ເປັນ​ເທື່ອ​ທີ​ສອງ, ​ໂດ​ຍກ່າວ​ວ່າ ຂະ​ບວນການຂົນ​ສົ່ງ​​ແມ່ນ ຜິດ​ກົດໝາຍ. ມື້​ດຽວ​ກັນ, ສຳນັກງານ​ເຄື່ອນ​ໄຫວ​ຕໍ່​ພາຍ​ນອກ​ອອກ​ຖະ​ແຫຼງການ​ວ່າ, ການ​ກະທຳດັ່ງກ່າວ​ຂອງຣັດ​ເຊຍບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ແລະ​ການກວດກາຈາກ​​ເຈົ້າ​ໜ້າ​ທີ່ອູ​ແກຼນ, ບໍ່​ໄດ້​ເຄົາລົບຫຼັກມາດຖານ​ແຫ່ງ​ມະນຸດສະທຳ​ສາກົນ, ​​​ແລະໄດ້​ທຳລາຍ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ແລະ​ອະທິປະ​ໄຕ​ຂອງ​ອູ​ແກຼນ.

ມື້​ດຽວ​ກັນ, ທ່ານວຼາດີ​ເມຍ ປູ​ຕິນ, ປະທານາທິບໍດີຣັດ​ເຊຍໄດ້​ລົມ​ຜ່ານ​ທາງໂທລະສັບ​ກັບ​ທ່ານ​ນາງອັນ​ເຈີ​ລາ ​ເມີ​​ແຄວ, ນາຍົກລັດຖະມົນຕີ​ເຢຍລະ​ມານ​ແລະ​ທ່ານ​ໂຈ​ເຊ ມັນ​​ເນ​ວ ດູຣາວ ບາ​ໂຣ​ໂຊ, ປະທານ​ຄະນະ​ກຳມະການ​ສະຫະພາບ​ເອີ​ລົບ, ອີງ​ຕາມ​ສັນຍາ​ທີ່​ເຊັນ​ໃນ​ການ​ເຈລະຈາ​ລະດັບ​ລັດຖະມົນຕີ 3 ຝ່າຍ ຣັດ​ເຊຍ, ສະຫະພາບ​ເອີ​ຣົບ​ແລະ​ອູ​ແກຼນ​ໃນ​ວັນ​ທີ 12 ກັນຍາ​ນີ້, ​​ເວລາ​ທີ່​ມີ​ຜົນ​ສັກສິດ​ຂອງ​ສັນຍາ​ລະຫວ່າງ​ອູ​ແກຼນກັບປະ​ເທດ​ພົວພັນ​ສະຫະພາບ​ເອີ​ລົບຈະ​ຖືກ​ເລື່ອນ​ໄປ​ຮອດ​ວັນ​ທີ 1 ມັງກອນ​ປີ 2016, ​ເຊິ່ງທ່ານ​ປູ​ຕິນກັບ​ທ່ານ​ນາງ​ເມີ​ແຄວ ສະ​ແດງ​ຄວາມ​ເພີງ​ພໍ​ໃຈ​​ໃນ​ເລື່ອງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ