ຮອງ​ຜູ້​ອໍານວຍ​ການ​ໃຫຍ່ WIPO: ລະດັບ​ການ​ປ້ອງ​ກັນ​ລິຂະ​ສິດ​ຂອງ​ຈີນ​ບໍ່ດ້ອຍກວ່າ​ປະ​ເທດ​ທີ່​ພັດທະນາ
2014-09-16 14:36:10  cri 

ວັນ​ທີ 15 ກັນຍາ​ນີ້, ​ໃນ​ເວລາ​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລືກ່ຽວ​ກັບລິ​ຂະ​ສິດ​ສາກົນ​ຈີນ​ຄັ້ງ​ທີ 5 ຢູ່​ນະຄອນ​ເສີງ​ຕູ່​ຂອງ​ຈີນ, ທ່ານ​ນາງ​ຫວາງ​ປິ່ນ​ຢີງ, ຮອງ​ຜູ້​ອໍານວຍ​ການ​ໃຫຍ່ອົງການສິດຊັບສິນ​ທາງ​ປັນຍາ​ໂລກ ຫຼື WIPO ກ່າວ​ວ່າ, ລະດັບ​ລິຂະ​ສິດ​ແລະ​ລະດັບ​ການ​ປ້ອງ​ກັນ​ລິຂະ​ສິດ​ຂອງ​ຈີນບໍ່ດ້ອຍ​ກວ່າ​ປະ​ເທດ​ທີ່​ພັດທະນາ ​ແລະ​ໃນ​ບັນດາ​ປະ​ເທດ​ທີ່​ກໍາລັງ​ພັດທະນາກໍມີ​ສີສັນ​ພິ​ເສດ​ຂອງ​ຕົນ​, ທ່ານ​ນາງ​ເຊື່ອໝັ້ນ​ວ່າ, ​ໃນ​​ອະ​ນາ​ຄົດ, ​ວຽກ​ງານ​ລິຂະ​ສິດ​ຂອງ​ຈີນ​ຈະ​ພັດທະ​ນາ​ດີ​ຂຶ້ນ​ກວ່າ​ເກົ່າ.

ທ່ານ​ນາງ ຫວາງ​ປິ່ນ​ຢີງ ກ່າວ​ວ່າ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ວຽກ​ງານ​ລິຂະ​ສິດ​ຂອງ​ຈີນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ, ຈີນ​ບໍ່​ພຽງ​ແຕ່​ໄດ້​ດັດ​ແກ້​ກົດໝາຍ​ວ່າ​ດ້ວຍ​ລິຂະ​ສິດ​ແຫ່ງ ສປ ຈີນ ​ສອງ​ຄັ້ງ​​ພາຍໃນ 10 ປີ​ ​ແລະ​ຈີນ​ໄດ້​ເຂົ້າ​ເປັນ​ພາຄີ​ຂອງ​ສອງ​ສົນທິສັນຍາ 2 ສະບັບ​ຂອງ WIPO ​ເທົ່າ​ນັ້ນ,  ຍັງ​ໄດ້​ເຊັນ​ສົນທິສັນຍາປັກ​ກິ່ງວ່າ​ດ້ວຍສິດຊັບສິນ​ທາງ​ປັນຍາ​ໃນ​ດ້ານ​ການສະ​ແດງ ທີ່​ມີ​ຄວາມ​ສໍາຄັນ​ທີ່​ສຸດ​ໃນ​ປີ 2012 ອີກ. ​ເຖິງ​ວ່າຈີນ​ໄດ້​ເລີ່​ມດໍາ​ເນີນການ​ປ້ອງ​ກັນ​ລິຂະ​ສິດລຸນ​ຫຼັງ, ​ແຕ່​​ໃຊ້​ເວລາ​ພຽງ 30 ປີ​ເທົ່າ​ນັ້ນ ກໍ​​ໄດ້​ສໍາ​ເລັດ​ວຽກ​ງານ​ທີ່​ປະ​ເທດ​ອື່ນ​​​ໄດ້ໃຊ້​ເວລາຫຼາຍຮ້ອຍ​ປີ​​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ