​ໄຂງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງທີ 11 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນຄັ້ງ​ທີ 11
2014-09-16 15:17:30  cri 

ຕອນ​ເຊົ້າ​ວັນ​ທີ 16 ກັນຍາ​ນີ້, ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງທີ 11 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນຄັ້ງ​ທີ 11 ທີ່​ຈັດ​ຮ່ວມ​ກັນໂດຍຈີນ​​ແລະ 10 ປະ​ເທ​ດອາ​ຊຽນຮ່ວມ​ກັນ ​ໄດ້​ໄຂ​ຂຶ້ນ​ຢູ່ນະຄອນ​ນານ​ນິງ, ​ເຂດ​ປົກຄອງ​ຕົນ​​ເອງ​ເຜົ່າ​ຈວ້ງກວາງຊີ​ຂອງ​ຈີນ, ​ເລີ່​ມ​ແຕ່​ງານ​ວາງສະ​ແດງ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ເປັນ​ຕົ້ນ​ໄປ ​ຈະ​ເນັ້ນ​ໃສ່​ຫົວ​ຂໍ້​ຫຼັກ​ຄື "ຮ່ວມ​ກັນ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21".

ທ່ານ​ຈ່າງ​ກ່າວ​ລີ້, ຮອງ​ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ ​ແລະ​ກ່າວຄໍາ​ປາ​ໄສ​ໃນ​ພິທີ​ໄຂ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງນີ້. ທ່ານ​ບຸນ​ຍັງ ວໍລະ​ຈິດ, ຮອງ​ປະ​ທານ​ປະ​ເທດ​ລາວ, ທ່ານ​ລີ​ຊຽນລຸງ, ນາຍົກລັດຖະມົນຕີສິງກະ​ໂປ, ທ່ານ​ຮຸນ​ແຊນ, ນາຍົກລັດຖະມົນ​ຕີ​ກໍາປູ​ເຈຍ, ທ່ານ​ນຽນ ຕູນ, ຮອງ​ປະທານາທິບໍດີ​ມຽນມາ, ທ່ານທະ​ນາ​ສັກ ປະຕິມາ​ປຣະກອນ, ຮອງ​ນາຍົກລັດຖະມົນຕີ​ ທັງ​ເປັນ​ລັດ​ຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດໄທ, ທ່ານ​ຟາ​ມບິງມິ​ງ, ຮອງ​ນາ​ຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ກໍ​ໄດ້​ເຂົ້າ​ຮ່ວມ​ແລະ​ກ່າວ​ຄໍາ​ປາ​ໄສ​ໃນ​ພິທີ​ໄຂ​ກອງ​ປະຊຸມ​ຄັ້ງ​ນີ້​ເຊັ່ນ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ