ທ່ານ​ສີ​ຈິ້ນ​ຜິ​ງສໍາ​ເລັດ​ການ​ຢ້ຽມຢາມມ​ານ​ດິບ​ທາງ​ລັດຖ​ະກິດ​ແລະ​ເດີນ​ທາງ​ໄປຢ້ຽມຢາມ​ສີ​ລັງກາ
2014-09-16 16:43:19  cri 

ວັນ​ທີ 16 ກັນຍາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ສໍາ​ເລັດ​ການ​ຢ້ຽມຢາມ​ມານ​ດິບ​ທາງ​ລັດຖະກິດ ​ແລະ​ເດີນທາງ​ໄປ​ນະຄອນຫຼວງ​ໂກ​ລົມ​ໂບຂອງ​ສີ​ລັງກາ​ ເພື່ອຢ້ຽມຢາມ​ສີ​ລັງກາ​ທາງ​ລັດ​ຖະກິດ, ທ່ານ​ອັບດູລາ ຢາ​ມີນ, ປະທານາທິບໍດີ​ມານ​ດິບ​ພ້ອມ​​ພັນ​ລະ​ຍາ ​ໄດ້​ເດີນທາງ​ໄປ​ສະໜາມ​ບິນ​​ເພື່ອ​ສົ່ງ​ທ່ານ​ສີ​ຈິ້ນ​ຜິ​ງ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ, ​ໄມ​ຕີ​ຈິດ​ມິດຕະພາບອັນ​ເລິກ​ເຊິ່ງຂອງ​ປະຊາຊົນ​ມານ​ດິບຕໍ່​ປະຊາຊົນ​ຈີນ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມ​ແລະ​ເລິກ​ເຊິ່ງ​ຕໍ່​ພວກ​ຂ້າພະ​ເຈົ້າ. ຂ້າ​ພະ​ເຈົ້າ​ແລະ​ທ່ານ​ປະທານາທິບໍດີ​ຢາ​ມີນ​ໄດ້​ຕົກລົງ​ກັນ​ວ່າ, ​ຍົກ​ລະດັບ​ການ​ພົວພັນ​ຈີນ-ມານ​ດິບ​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະພາບ​ຮອບດ້ານ​ທີ່​ປິ່ນ​ໜ້າ​ໄປ​ສູ່​ອະນາຄົດ, ພ້ອມ​ດຽວ​ກັນ, ພວກ​​ຂ້າພະ​ເຈົ້າ​ຍັງ​ໄດ້​ບັນລຸ​ຄວາມ​ເຫັນ​ທີ່​ເປັນ​ເອກະສັນ​ກັນ​ຈໍານວນ​ຫຼາຍ​ກ່ຽວ​ກັບ​ການ​ຮ່ວມ​ມື​ຕົວ​ຈິງ​ລະຫວ່າງ​ສອງ​ປະ​ເທດ. ຫວັງ​ວ່າການ​ພົວພັນ​ສ​ອງປະ​ເທດຈະ​ພັດທະນາ​ກ້າວ​ໄປ​ຂ້າງ​ໜ້າ​ຢ່າງບໍ່​ຢຸດ​ຢັ້ງ.

ທ່ານ​ຢາ​ມີນກ່າວ​ວ່າ, ຂໍ້​ລິ​ເລີ່​ມຂອງ​ທ່ານ​ສີ​ຈິ້ນ​ຜິ​ງກ່ຽວ​ກັບ​ການ​ສ້າງ​ເສັ້ນທາ​ງສາຍ​ໄໝ​ທາງ​ທ​ະ​ເລສະຕະວັດ​ທີ 21 ​ຈະ​ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງ​ປະ​ເທດ​ຕ່າງໆ​ຢູ່​ອາຊີ, ​ຝ່າຍ​ມານ​ດິບ​ຍິນ​ດີມີ​ສ່ວນຮ່ວມ​ຢ່າງ​ຕັ້ງໜ້າ, ​ເພີ່​ມທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ ​ເພື່ອ​ເຮັດ​​ໃຫ້ການ​ພົວພັນມານ​ດິບ-ຈີນ​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່ຢ່າງ​ບໍ່​ຢຸດ​ຢັ້ງ ບົນ​ພື້ນຖານການ​ພົວພັນທີ່​ດີ​ຂອງ​ສອງ​ປະ​ເທດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ