​ໄຂ​ເວທີ​ປຶກສາ​ຫາ​ລື​ກ່ຽວ​ກັບ​ການ​ພັດທະນາ​ກົນ​ຈັກກະ​ສິກໍາ​ຈີນ-ອາ​ຊຽນຄັ້ງ​ປະຖົມມະ​ເລີກ ​ແລະ​​ເວທີ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ແບບ​ໝູນວຽນ​ດ້ານກະສິກໍາ​ຈີນ-ອາ​ຊຽນຄັ້ງ​ປະຖົມມະ​ເລີກ
2014-09-16 18:56:27  cri 

ຕອນ​ບ່າຍວັນ​ທີ 16 ກັນຍາ​ນີ້, ເວທີ​ປຶກສາ​ຫາ​ລື​ກ່ຽວ​ກັບ​ການ​ພັດທະນາ​ກົນ​ຈັກກະ​ສິກໍາ​ຈີນ-ອາ​ຊຽນຄັ້ງ​ປະຖົມມະ​ເລີກ ​ແລະ​​ເວທີ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​​ແບບໝູນວຽນ​ດ້ານກະສິກໍາ​ຈີນ-ອາ​ຊຽນຄັ້ງ​ປະຖົມມະ​ເລີກ ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ, ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຂອງ​ຈີນ.

​ເວທີີ​ປຶກສາ​ຫາ​ລື​ຄັ້ງ​ນີ້​ມີ​ຫົວ​ຂໍ້​ຫຼັກ ຄື "ການ​ຮ່ວມ​ມື, ການ​ປະດິດ​ຄິດ​ສ້າງ​ໃໝ່ ​ແລະ​ການ​ພັດທະນາ"​ເຊິ່ງມີ​ເຈົ້າ​ໜ້າ​ທີ່ 400 ກວ່າ​ທ່ານທີ່​ມາ​ຈາກ​ກະຊວງ​ກະສິກໍາ​ຈີນ, ອົງການ​ປົກຄອງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຂອງ​ຈີນ, ຄະນະ​ກໍາມະການ​ການ​ພັດທະນາ​ແລະ​ການ​ປະຕິ​ຮູບ​ແຫ່ງ​ຊາດ​ຈີນ, ລັດຖະບານ​ລາວ, ຫວຽດນາມ, ອິນ​ໂດ​ເນ​ເຊຍ, ກໍາປູ​ເຈຍ, ມາ​ເລ​ເຊຍ ​ແລະ​ປະ​ເທ​ດອື່ນໆ ​ໄດ້​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ຄັ້ງ​ນີ້ ​​ໂດຍ​ໄດ້ຄົ້ນຄວ້າ​ແລະ​ປຶກສາ​ຫາລືກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ ​ເຊັ່ນ ການ​ພັດທະນາ​ການ​ຮ່ວມ​ມື​ແລະ​ການ​ເຊື່ອມ​ໂຍງ​ເຂົ້າກັນ​​ຂອງ​ພາກ​ພື້ນ​ຈີນ-ອາ​ຊຽນໃນ​ດ້ານ​ກົນ​ຈັກກະ​ສິກໍາ​, ກົນ​ຈັກກະ​ສິກໍາ​ທີ່ປະ​ຢັດ​ພະລັງງານ​ແລະ​ຮັກສາ​ສິ່ງ​ແວດ​ລ້ອມ, ການວາງ​ແຜນການ​ກ່ຽວ​ກັບ​ວິ​ສາ​ຫະກິດເສດຖະກິດ​ແບບ​ໝູນວຽນ​ດ້ານ​ກະສິກໍາ ​ແລະ​ອື່ນໆ.

ນອກ​ນີ້, ຝ່າຍ​ຈັດ​ເວທີ​ປຶກສາ​ຫາລືຄັ້ງ​ນີ້​ຍັງ​ໄດ້​ຈັດ​ຕັ້ງ​ຜູ້​ແທນ​ບັນດາ​ທ່ານ​ໄປ​ຊົມ​ງານ​ວາງສະ​ແດງ​ກົນຈັກກະ​ສິກໍາ​ສາກົນ​ຂອງ​ງານ​ວາງສະ​ແດງ​ຈີນ-ອາ​ຊຽນຄັ້ງ​ທີ 11.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ