ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ພົບ​ປະ​ເຈລະຈາ​ກັບ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ
2014-10-19 15:11:23  cri 


(ທ່ານຢາງເຈຊື ທີ່ປຶກສາແຫ່ງລັດຈີນພົບປະເຈລະຈາກັບທ່ານຈອນ ເຄຣີ ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາຢູ່ນະຄອນໂບສຕັນແຫ່ງອາເມລິກາໃນວັນທີ 18 ຕຸລານີ້)


ຕາມ​ຂ່າວ CRI: ວັນ​ທີ 18 ຕຸລາ​ນີ້ ຢູ່​ທີ່​ນະຄອນ​ໂບສຕັນ​ແຫ່ງ​ອາ​ເມ​ລິ​ກາ, ທ່ານ​ຢາງ​ເຈ​ຊື ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຈອນ ​ເຄຣີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ, ສອງ​ຝ່າຍ​ໄດ້​ລົງ​ເລິກແລກປ່ຽນ​ຄວາມ​ເຫັນກ່ຽວ​ກັບ​ບັນຫາ​ຕ່າງໆ​ເຊັ່ນ: ການ​ພົວພັນ ​ລະຫວ່າງ​ຈີນ-​ອາ​ເມ​ລິ​ກາ​ແບບ​ໃໝ່, ​ແລະ​ບັນຫາ​ສາ​ກົນ​ແລະ​ພາກ​ພື້ນ​ທີ່​ໃຫ້​ຄວາມ​ສົນ​ໃຈ​ຮ່ວມ​ກັນ.

ທ່ານ​ຢາງ​ເຈ​ຊືກ່າວ​ວ່າ, ຈີນ​ຍິນ​ດີ​ຕ້ອນຮັບ​ທ່ານ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ທີ່​ຈະ​ເດີນທາງ​ໄປ​ປະ​ເທດ​ຈີນ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ອົງການ​ເອ​ເປັກ​ກໍ່​ຄື​ຢ້ຽມຢາມ​ປະ​ເທດ​ຈີນ, ສອງ​ຝ່າຍ​ຈີນ​ກັບ​ອາ​ເມ​ລິ​ກາ​ຄວນ​ເພີ່​ມທະວີ​ການ​ທຳ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ປະສານ​ງານ​ກັນ, ​ເຮັດ​ໃຫ້​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ອົງການ​ເອ​ເປັກ​ໄດ້​ຮັບ​ໝາກຜົນ​ທີ່​ຄາດ​ໄວ້, ຊຸກ​ຍູ້ຂະ​ບວນວິວັດ​ຫັນ​ເປັນອັນ​ໜຶ່ງອັນ​ດຽວ​ກັນ​ຂອງ​ພາກ​ພື້ນ. ຈີນ​ກັບ​ອາ​ເມ​ລິ​ກາ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ອາຊີ​ປາ​ຊິ​ຟິກ, ​ເພື່ອ​ຊຸກ​ຍູ້ພາກ​ພື້ນ​ແຫ່ງ​ນີ້​ມີ​ສະ​ເຖຍລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ.

ທ່ານ​ເຄຣີກ່າວ​ວ່າ, ຈ້ອງ​ມອງ​ເບິ່ງ​ອະນາຄົດ, ອາ​ເມ​ລິ​ກາ​ກັບ​ຈີນ​ສາມາດ​ຮ່ວມ​ມື​​ໃນ​ຫຼາ​ຍຂົງ​ເຂດ. ອາ​ເມ​ລິ​ກາ​ຍິນ​ດີ​ຮ່ວມ​ກັບ​ຈີນ​ເພີ່​ມທະວີ​ການ​ແລກປ່ຽນ, ສົນທະນາ​ແລະ​ຮ່ວມມື​ກັນ, ກ້າວ​ຂ້າມ​ຄວາມ​ເຫັນ​ທີ່​ຕ່າງ​ກັນ​ແລະ​ຄວາມ​ຂັດ​ແຍ່ງ​ກັນ​ຕ່າງໆ, ​ເພື່ອ​ເພີ່ມ​ເນື້ອ​ໃນ​ໃໝ່​ໃຫ້​ແກ່​ການ​ພົວພັນລະຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນແບບ​ໃໝ່​ເລື້ອຍໆ.

ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວພັນ​ດ້ານ​​ເສດຖະກິດ​ການ​ຄ້າ​ແລະ​ການ​ພົວພັນ​ລະຫວ່າງ​ສອງ​ກອງທັບ, ການ​ຮ່ວມມື​ກັນ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ສະພາບ​ພະຍາດ​ອີ​ໂບລາ​ ພ້ອມ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ, ບັນຫາ​ນິວ​ເຄຼຍອີຣານ, ບັນຫາ​ອີຣັກ, ອາ​ຟກາ​ນີສະຖານ​ແລະ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ເປັນ​ຕົ້ນ, ​ເຊິ່ງທ່ານ​ຢາງ​ເຈ​ຊື​ໄດ້​ບັນຍາຍ​ຫຼັກ​ໝັ້ນ​ຫຼັກການ​ຂອງ​ຈີນກ່ຽວ​ກັບ​ບັນຫາ​ເຫຼົ່າ​ນີ້.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ