ປະທານ​ອົງການ​ພຸດທະສາສະ​ນິສຳພັນ​ໂລກ​ກ່າວ​ວ່າ​ພຸດ​ທະ​ສາ​ສະ​ໜາ​ຄວນ​ນຳ​ໃຊ້​ສື່ສັງຄົມ​ອ໋ອນ​ໄລ​ໃຫ້​ມີ​ປະ​ໂຫຍ​ດ​​ແລະ​ເອົາ​ໃຈ​ໃສ່​ຄວາມ​ເປັນ​ມະນຸດໂຄສະນາ​ເຜີຍ​ແຜ່​ອະ​ນິສົງ
2014-10-20 19:25:06  cri 
ກອງ​ປະຊຸມ​ອົງການ​ພຸດທະສາສະ​ນິສຳພັນ​ໂລກ​ຄັ້ງ​ທີ 27 ​ໄດ້​ດຳ​ເນີນ​ຢູ່​ວັດ​ຟາ​ເມິ​ນນະຄອນ​ປາວ​ຈີ່​ແຂວງ​ສ້າ​ນຊີ່​ຈີນ​ແຕ່​ວັນ​ທີ 16 ຫາ​ວັນ​ທີ 18 ຕຸລານີ້. ທ່ານ​ອາຣຸນ ນາມ​ດີ ຮອງ​ປະທານ​ອົງການ​ພຸດທະສາສະ​ນິສຳພັນ​ໂລກ​ໄດ້​ເດີນທາງ​ມາ​ຈີນຈາກ​ປະ​ເທດໄທ​ເປັນ​ພິ​ເສດ​ເພື່ອ​ກອງ​ປະຊຸມ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ CRI,ທ່ານ​ກ່າວ​ວ່າ, ທ່ານ​ຮູ້​ສຶກ​ພາກ​ພູມ​ໃຈ​ທີ່​ໄດ້​ກາບ​ໄຫວ້​ສັກ​ກາ​ລະ​ບູ​ຊາ​ພະ​ສາ​ລີ​ລິ​ກະ​ທາດ​(ຄໍ່ພະຫັດ). ທ່ານ​ເຊື່ອ​ໝັ້ນ​ວ່າ​ການ​ຮ່ວມ​ມື​ດ້ານ​ພຸດ​ທະ​ສາ​ສະ​ໜາ​ລະ​ຫວ່າງ​​ໄທ-ຈີນ​ຈະ​ກ້າວ​ສູ່​ລວງ​ເລິກ​ແລະ​ກວ້າງ​ຂວາງ​ກວ່າ​ເກົ່າ.

ປັດຈຸບັນ, ສື່​ໃໝ່​ກຳລັງ​ພັດທະນາ​ຢ່າງ​ວ່ອງ​ໄວ​ໃນ​ທົ່ວ​ໂລກ. ການ​ທີ່​ນຳ​ໃຊ້​ສັງຄົມ​ອ໋ອນ​ໄລ​ເພື່ອ​ເຜີຍ​ແຜ່​ ​ພຸດ​ທະ​ທຳ​ພາຍ​ໃຕ້​ສະຖານະ​ການ​ໃໝ່​ແນວ​ໃດ​ກໍ​ແມ່ນ​ຈຸດ​ສຸມ​ທີ່​ທ່ານ​ໄດ້​ເອົາ​ໃຈ​ໃສ່. ທ່ານ​ເວົ້າ​ໂດຍ​ກົງ​ວ່າ, ສື່​ສັງຄົມ​ອ໋ອນ​​ໄລ​ແມ່ນ​ໝາກຜົນ​ຫຼ້າ​ສຸດ​ຂອງ​ການ​ພັດທະນາ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ. ການ​ປາກົດ​ຕົວ​ຂອງ​ມັນ​ໄດ້​ເຮັດ​ໃຫ້​ຊ່ອງ​ທາງ​ເຜີຍ​ແຜ່​ມີ​ຄວາມ​ສະດວກ​ວ່ອງ​ໄວ​ກວ່າ​ເກົ່າ, ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ພວກ​ເຮົາ​ມີ​ສີສັນ​​ໃໝ່.  ພຸດທະ​ສາສະໜາ​ຄວນ​ນຳ​ໃຊ້​ເວທີ​ອັນ​ນີ້​ໃຫ້​ມີ​ປະ​ໂຫຍ​ດ, ​ເອົາ​ໃຈ​ໃສ່​ຄວາມ​ເປັນ​ມະນຸດ, ​​ໂຄສະນາ​ເຜີຍ​ແຜ່​ອະ​ນິສົງ, ສອນ​ໃຫ້​ຄົນ​ທັງຫຼາຍ​ປະ​ຖິ້ມ​ອາວຸດ​ແລະ​ຄວາມ​ຮຸນ​ແຮງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ