ທູດ​ພິ​ເສດ​ຂອງປະທານ​ປະ​ເທດ​ຈີນ​ຈະ​ເຂົ້າຮ່ວມ​ພິທີຂຶ້ນຮັບຕຳ​ແໜ່​ງປະທານາທິບໍດີ​ອິນ​ໂດ​ເນ​ເຊຍ ຂອງທ່ານ​ໂຈ​ໂຄ ວີ​ໂດ​ໂດ
2014-10-20 16:30:40  cri 

ທ່ານ​ຫົງ​ເຫຼີຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ໃນ​ວັນ​ທີ 19 ຕຸລາ​ນີ້​ວ່າ: ທ່ານ​​ຢຽນຈິ້ນ​ສີ, ຮອງ​ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ, ທູດ​ພິ​ເສດ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ຈະ​​ເດີນທາງ​ໄປ​ອິນ​ໂດ​ເນ​ເຊຍ​ເພື່ອ​ເຂົ້າຮ່ວມ​ພິທີ​ຂຶ້ນຮັບ​ຕຳ​ແໜ່​ງຂອງ​ທ່ານ​ໂຈ​ໂຄ ວີ​ໂດ​ໂດ ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນປະທານາທິບໍດີ​ອິນ​​ໂດ​ເນ​ເຊຍ​ ​ເຊິ່ງພິທີ​ດັ່ງກ່າວຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ຕຸລາ​ນີ້.

​ເພື່ອ​ຮັບປະກັນ​ໃຫ້​ພິທີ​ສາບານ​ຕົວຂຶ້ນຮັບ​ຕຳ​ແໜ່​ງຂອງ​ທ່ານ​ໂຈ​ໂຄ ​ສາມາດດຳ​ເນີນ​ໄປ​ຢ່າງ​ສະດວກ, ອິນ​ໂດ​ເນ​ເຊຍ​ຈະ​ສົ່ງ​ກຳລັງ​ທະຫານ​ແລະ​ຕຳຫຼວດຈຳນວນ 30.000 ຄົນ​ເປັນ​ຢ່າງ​ໜ້ອຍ​ເພື່ອ​ປະຕິບັດ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ, ​​ເຊິ່ງສະພາບ​ການນີ້​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະຫວັດສາດຂອງ​ອິນ​ໂດ​ເນ​ເຊຍ.

ທ່ານ​ໂຈ​ໂຄ ວີ​ໂດ​ໂດ ​ເກີດ​ຢູ່​ເມືອງ​ໂຊ​ໂລ ​ແຂວງ​ຈາ​ວາ​ກາງ​ເມື່ອ​ປີ 1961, ກ່ອນ​​ເປັນ​ນັກ​ການ​​ເມືອງເຄີຍ​ເປັນ​ນັກທຸລະກິດ​ດ້ານ​ອະສັງຫາ ລິມະ​ຊັບ ​ແລະ ​ເຟີ​ນີ​ເຈີ. ຮອດ​ປີ 2005 ຈຶ່ງ​ເຂົ້າຮ່ວມ​ໃນ​ວົງ​ການ​ການ​ເມືອງ, ​ເຄີຍ​ເປັນ​ເຈົ້າຄອງ​ເມືອງ​ໂຊ​ໂລ ​ແລະ ຫົວໜ້າ​ເຂດ​ພິ​ເສດ​ຈາ​ກາ​ຕາ. ວັນ​ທີ 22 ກໍລະກົດ 2014, ຄະນະ​ສະໝັກ​ຮັບ​​ເລືອກ​ຕັ້ງຂອງ​ທ່ານ​ໂຈ​ໂຄ ວີ​ໂດ​ໂດ ​​ແລະ ​ທ່ານ​ຢູຊຸ​ຟຄາ​ລາ ໄດ້​ຊະນະ​ການ​ເລືອກ​ຕັ້ງດ້ວຍ​ຄະ​ແນນສຽງ​ເຖິງ 53%, ​​ແລະຈະດຳລົງຕຳ​ແໜ່​ງປະທານາທບໍດີ ​ແລະ ຮອງ​ປະທານາທິບໍດີ​ຊຸດ​ໃໝ່​ຂອງ​ອິນ​ໂດ​ເນ​ເຊຍ, ເຊິ່ງມີອາຍຸ​ການ​ໃນຕຳ​ແໜ່​ງ​ເປັນ​ເວລາ 5 ປີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ