ລັດຖະມົນຕີ​​ເສດ​ຖະກິດ​ແລະ​ຂະ​ແໜງ​ການ​ຍີ່​ປຸ່ນຍື່ນ​​ໃບ​ລາອອກ ​ເຊິ່ງ​ເປັນ​ສະມາຊິ​ກຜູ້​ທໍາ​ອິດ​ໃນຄະນະ​ລັດຖະບານ​ຊິນ​ໂຈ ອາ​ເບະ ​ທີ່​ລາ​ອອກ​ຈາກ​ຕໍາ​ແໜ່​ງ
2014-10-20 16:16:40  cri 

ວັນ​ທີ 20 ຕຸລາ​ນີ້, ທ່ານ​ນາງ​ຢູ​ໂກ ​ໂອ​ບູຊີ, ລັດຖະມົນຕີ​​ວ່າການ​ກະຊວງ​​ເສດ​ຖະກິດ​ແລະ​ຂະ​ແໜງ​ການ​ຍີ່​ປຸ່ນ​ໄດ້ຍື່ນໃບ​ລາອອກ​ຕໍ່​ທ່ານ​ຊິນ​ໂຈ ອາ​ເບະ, ນາຍົກລັດຖະມົນ​ຕີ​ຍີ່ປຸ່ນ ຍ້ອນອົງການ​ຈັດ​ຕັ້ງ​ການ​ເມືອງ​ທີ່​ກ່ຽວຂ້ອງຖືກ​ເຫັນ​ວ່າ​ມີ​ບັນຫາ​​ດ້ານ​ລາຍ​ຈ່າຍ​ທີ່​ບໍ່​ເໝາະ​ສົມ, ​ເມື່ອ​ເປັນ​ແນວ​ນັ້ນ, ທ່ານ​ນາງ​ຢູ​ໂກ ​ໂອ​ບູຊີ​ໄດ້​ກາຍ​ເປັນສະມາຊິ​ກຜູ້​ທໍາ​ອິດ​ໃນຄະນະ​ລັດຖະບານ​ຊິນ​ໂຈ ອາ​ເບະສະ​ໄໝ​ທີ 2 ທີ່​ລາ​ອອກ​ຈາກ​ຕໍາ​ແໜ່​ງ.

ຕອນ​ເຊົ້າ​ວັນ​ທີ 20 ຕຸລາ​ນີ້, ທ່ານ​ນາງ​ໂກ ​ໂອ​ບູຊີ ​ໄດ້​ຍື່ນ​ໃບລາ​ອອກ​ຕໍ່​ທ່ານ​ຊິນ​ໂຈ ອາ​ເບະ​ຢ່າງ​ເປັນ​ທາງ​ການ ​ແລະ​ທ່ານ​ຊິນ​ໂຈ ອາ​ເບະ​ກໍ​ໄດ້​ຮັບ​ພິຈາລະນາ​​ໃບ​ລາ​ອອກ​ຂອງ​ເພິ່ນ. ຜົນ​ການ​ສໍາ​ຫຼວດຫາງ​ສຽງ​ສະບັບ​ຫຼ້າ​ສຸດ​ທີ່​ດໍາ​ເນີນ​ໂດຍ​ສໍານັກ​ຂ່າວສານ​ກຽວ​ໂດ​ຂອງ​ຍີ່ປຸ່ນ, ​ໃນ​ປັດຈຸບັນ, ກະ​ແສ​ສະໜັບສະໜູນ​ຄະນະ​ລັດຖະບານ​ທ່ານ​ຊິນ​ໂຈ ອາ​ເບະ​ແ​ມ່ນ 48,1% ​ເຊິ່ງ​ໄດ້​ຫຼຸດ​ລົງ 6,8% ​ເມື່ອທຽບ​ກັບ​ຜົນການ​ສໍາ​ຫຼວດ​ໃນ​ເດືອນ​ກັນຍາ​ແລ້ວນີ້. ນັກວິ​ເຄາະ​ເຫັນ​ວ່າ, ນີ້​ອາດ​ຈະ​ແມ່ນຍ້ອນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ອົງການ​ຈັດ​ຕັ້ງ​ການ​ເມືອງ​ທີ່​ກ່ຽວຂ້ອງ​ກັບ​ທ່ານ​ນາງຢູ​ໂກ ​ໂອ​ບູຊີ​ມີ​ບັນຫາ​ດ້ານ​ການ​ເງິນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ