ການ​ພົບ​ປະລະ​ຫວ່າງ​ປະທານ​ປະ​ເທດ​ຈີນ​ແລະ​ປະທານາທິບໍດີ​ອາ​ເມ​ລິ​ກາ​ຈະຊຸກຍູ້ການ​ພົວພັນ​ລະຫວ່າງ​ປະ​ເທດ​ໃຫຍ່​ແບບ​ໃໝ່​ໃຫ້​ມີ​ຄວາມ​ເລິກ​ເຊິ່ງ,ຕິດ​ແທດ​ຕົວ​ຈິງ​ແລະ​ມີ​ໝາກຜົນ​ອັນແທ້​ຈິງ
2014-10-20 16:16:46  cri 
ທີ 19 ຕຸລາ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ຕໍ່​ກັບ​ການ​ພົບ​ປະກັນຮອບ​ໃໝ່​ລະຫວ່າງ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ກັບ​ທ່ານ ​ບາຣັກໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ເດືອນ​ໜ້າ​ນີ້, ທ່ານ ຊຸ່ຍ​ທ່ຽນ​ຄາຍ ​ເອກ​ອັກຄະ​ລັດຖະທູດ​ຈີ​ນປະຈຳ​ອາ​ເມ​ລິ​ກາ​ກ່າວ​ຢູ່​ນະຄອນຫຼວງວໍ​ຊິງ​ຕັນ​ວ່າ, ຈຸດ​ພື້ນຖານ​ຂອງ​ການ​ພົບ​ປະກັນ​ຄັ້ງ​ນີ້​ກໍ​ຄືຊຸກຍູ້ການ​ພົວພັນ​ລະຫວ່າງ​ປະ​ເທດ​ໃຫຍ່​ແບບ​ໃໝ່​ຈີນ-ອາ​ເມ​ລິ​ກາໃຫ້​ມີຄວາມ​ເລິກ​ເຊິ່ງ, ​ຕິດ​ແທດ​ຕົວ​ຈິງ​ແລະມີ​ໝາກຜົນ​ແທ້​ຈິງ,ການ​ພົບ​ປະ​ສົນທະນາ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດແລະເລິກ​ເຊິ່ງລະຫວ່າງ​ການ​ນຳ​ຂອງ​ສອງ​ປະ​ເທດຄັ້ງນີ້ສາມາດ​ກຳນົດ​ທິດ​ທາງ​ລວມແລະ​ພື້ນຖານ​ທີ່​ຕັ້ງໜ້າ​ສຳລັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ​ແລະການ​ຊີ້​ນຳ​ທາງ​ການ​ເມືອງ​ແບບ​ນີ້​ແມ່ນ​ຂາດ​ບໍ່​ໄດ້​ສຳລັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດລະອຽດຕ່າງໆ.​

ຄ່ຽງຄູ່​ກັບການກ່າວ​ເຖິງ ​ຫົວ​ຂໍ້​ໃນ​ການ​ພົບ​ປະກັນ​ຄັ້ງ​ນີ້, ທ່ານ ຊຸ່ຍ​ທ່ຽນ​ຄາຍກ່າວ​ວ່າ, ການ​ພົບ​ປະ​ສົນທະນາ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດແລະ ເລິກ​ເຊິ່ງ​ລະຫວ່າງ​ການ​ນຳ​ຂອງ​ສອງ​ປະ​ເທດ​ນີ້ສາມາດ​ກຳນົດ​ທິດ​ທາງ​ລວມແລະ​ພື້ນຖານ​ທີ່​ຕັ້ງໜ້າສຳລັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ແລະການ​ຊີ້​ນຳ​ທາງ​ການ​ເມືອງ​ແບບ​ນີ້​ແມ່ນ​ຂາດ​ບໍ່​ໄດ້​ສຳລັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ລະອຽດຕ່າງໆ.​

ເມື່ອ​ສະຫຼຸບ​ເຖິງ​ຄວາມ​ຄືບ​ໜ້າ​ຂອງ​ການ​ຮ່ວມ​ກັນ​ສ້າງການ​ພົວພັນ​ລະຫວ່າງ​ປະ​ເທດ​ໃຫຍ່​ແບບ​ໃໝ່​ທີ່​ລິ​ເລີ່​ມ​ໂດຍ​ຈິນ​ແລະ​ອາ​ເມ​ລິ​ກາ​ໃນ​ຮອບ​ໜຶ່ງ​ປີຜ່ານມາ​ນີ້, ທ່ານ ຊຸ່ຍ​ທ່ຽນ​ຄາຍກ່າວ​ຕື່ມ​ວ່າ, ​​ເວົ້າ​ລວມແລ້ວ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ມີ​ການ​ຂະຫຍາຍຕົວ​ບົນ​ພື້ນຖານ​ທີ່​ມີ​ຄວາມ​ໜັກ​ແໜ້ນ, ​ເຖິງ​ວ່າ​ມີ​ບັນຫາ​ແລະ​ຂໍ້​ຂັດ​ແຍ້​ງບາງ​ຢ່າງກໍ​ຕາມ, ​ແຕ່ສິ່ງ​ທີ່​ໜ້າ​ຊົມ​ເຊີຍ​ກໍ​ຄື​ທັງ​ສອງ​ຝ່າຍ​ສາມາດ​ແກ້​ໄຂ​ແລະ​ຄວບ​ຄຸມຂໍ້​ຂັດ​ແຍ້​ງດ້ວຍ​ທ່າ​ທີ​ທີ່​​ສ້າງສັນ, ​ແກ້​ໄຂ​ບັນຫາ​ດ້ວຍ​ວິທີ​ທີ່​ ​ສ້າງສັນບົນ​ພື້ນຖານ​​ແຫ່ງ​ການເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ