ສະພາ​ຄວາມ​ໝັ້ນຄົງອົງການ​ສະຫະ​ປະຊາ​ຊາດ​ຮຽກຮ້ອງ​ໃຫ້​ເປີດ​ກວ້າງ​ການ​ໂຈມ​ຕີ​ຕໍ່​ກຸ່ມ​ຫົວຮຸນ​ແຮງ IS
2014-10-20 16:23:32  cri 
ຕາມ​ຂ່າວ CRI:ຫວ່າງ​ມໍ່ໆ​ມາ​ນີ້, ການ​ເຕີບ​ໂຕ​ຂອງກຸ່ມ​ຫົວຮຸນ​ແຮງ IS ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ອີຣັກ​ແລະ​ພາກ​ເໜືອ​ຂອງ​ຊີຣີ​ໄດ້​ກາຍເປັນ​ຈຸດ​ສຸມ​ສາຍຕາ​ຂອງທົ່ວໂລກອີກຄັ້ງໃໝ່.ໃນຮອບສອງເດືອນປາຍຜ່ານມາ,ສະຫະພັນສາກົນທີ່ລິເລີ່ມໂດຍອາເມລິກາໄດ້ດຳເນີນການໂຈມຕີທາງ ອາກາດ, ເຖິງແມ່ນວ່າກຸ່ມ​ຫົວຮຸນ​ແຮງ IS ໄດ້ຖືກໂຈມຕີໃນຂະໜາດໃດຂະໜາດໜຶ່ງ​ແລ້ວ​ກໍ​ຕາມ, ແຕ່ການກະທຳຢູ່ສະໜາມຮົບບາງບ່ອນ ຍັງ​ມີ​ລັກສະນະແຂງ​ແຮງ​ຢູ່.
 
ວັນ​ທີ 18 ຕຸລາ​ນີ້, ອົງການ​ສັງ​ເກດສິດທິ​ມະນຸດ​ຂອງ​ຊີຣີທີ່​ມີ​ສຳນັກງານ​ໃຫຍ່​ຕັ້ງ​ຢູ່​ນະຄອນຫຼວງ​ລອນ​ດອນ​ແຈ້ງວ່າ, ​ການໂຈມຕີທາງອາກາດ ຂອງອາເມລິກາຕໍ່​ເຂດ​ພາກ​ຕາ​ເວັນ​ອອກ​ແລະ​ເຂດ​ພາກ​ເໜືອ​ຂອງ​ຊີຣີ​ໃນ​ມື້​ດຽວ​ກັນ​ນັ້ນ​ໄດ້​ເຮັດ​ໃຫ້​ປະຊາຊົນ 5 ຄົນ​ເສຍ​ຊີວິດ.

ສຳລັບ​ການ​ເຄື່ອນ​ໄຫວດ້ານ​ການ​ທະຫານຂອງກຸ່ມ​ຫົວຮຸນ​ແຮງ IS ຢູ່​ອີຣັກ​ແລະ​ຊີຣີ, ວັນ​ທີ 17 ຕຸລາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ສະພາ​ຄວາມ​ໝັ້ນຄົງ​ອົງການສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼ​ງການ​​ເພື່ອ​ຮຽກຮ້ອງ​ໃຫ້​ເປີດ​ກວ້າງ​ການ​ໂຈມ​ຕີ​ດ້ານ​ການ​ທະຫານຕໍ່​ກຸ່ມ​ຫົວຮຸນ​ແຮງ IS. ຖະ​ແຫຼ​ງການສະບບັບນີ້​ໄດ້​ກ່າວ​ເນັ້ນ​ວ່າ, ປະຊາ​ຄົມ​ໂລກ​ຕ້ອງ​​ເອົາຊະນະ​ກຸ່ມ IS​ແລະ​ກຳຈັດ"ຄວາມ​ຄັບແຄບ, ຄວາມ​ຮຸນ​ແຮງ​ແລະ​ຄວາມ​ຄຽດ​ແຄ້ນ" ທີ່ກຸ່ມ​ຫົວຮຸນ​ແຮງດັ່ງກ່າວປຸກ​ປັ່ນ​​ໃຫ້ເຖິງ​ກົກ​ເຖິງ​ຮາກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ