ແມ່ຍິງ​ຊາວ​ອັງກິດ​ເປັນ​ພະຍາດ "ຂີ້​ນອນ"
2014-10-21 16:50:27  cri 

ໜັງສືພິມ Dailymail ຂອງ​ອັງກິດສະບັບວັນ​ທີ 20 ຕຸລາ​ນີ້ລາຍ​ງານ​ວ່າ,  ຢູ່​ນະຄອນStockport ລັດ Greater Manchester ຂອງອັງກິດ,ມີ​ແມ່ຍິງ​ອາຍຸ 20 ປີ ທີ່​ມີ​ຊື່ວ່າ Beth Goodier ​ໄດ້​ເປັນ​ພະຍາດ Kleine-Levine Syndrome ​ເຊິ່ງ​ເປັນ​ພະຍາດ​ທີ່​ບໍ່​ຄ່ອຍ​ເຫັນ ​ແລະ​ມີ​ຊື່​ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ ພະຍາດ  Sleeping Beauty. ​ແຕ່​ລະ​ມື້, ນາງ Goodier ຕ້ອງ​ນອນ​ເປັນ​ເວລາ 22 ຊົ່ວ​ໂມງ, ມີ​ພຽງ 2 ຊົ່ວ​ໂມງ​ເທົ່າ​ນັ້ນ,ນາງ​ຈິ່ງ​ມີ​ສະຕິ​ຕື່ນ​ຕົວຢູ່​ໄດ້.

ນາງ Goodier ​ເປັນ​ພະຍາດ​ນີ້​ມາ​ແຕ່​ອາຍຸ 16 ປີ, ປົກກະຕິອາການ​ແບບ​ນີ້​ຈະເກີດເປັນໜຶ່ງເທື່ອໃນທຸກໆ 5 ອາທິດ. ​ໃນ​ໄລຍະ​ເຈັບ​ເປັນ​ເວລາ 1 ຫາ 3 ອາທິດ, ນາງ​ອາດຈະນອນ​ຫຼັບໄດ້​ໃນ​ທຸກ​ເວລາ, ຈິ່ງ​ຕ້ອງການ​ມີ​ຄົນ​ເບິ່ງ​ແຍງ​ຕະຫຼອດ 24 ຊົ່ວ​ໂມງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ