ອີຣານກ່າວ​ວ່າ ອາ​ເມ​ລິ​ກາ​ຍິນ​ດີ​ໃຫ້​ອີຣານຮັກສາ​ເຄື່ອງ​ແຍກ​ວັດຖຸ​ດ້ວຍ​ແຮງ​ໜີ​ສູນຈຳນວນ 4000 ​ເຄື່ອງ
2014-10-21 10:21:53  cri 

ຂ່າວສານ​ເມ​ຮ໌ຂອງ​ອີຣານລາຍ​ງານ​ໃນ​ວັນ​ທີ 20 ຕຸ​ລາ​ນີ້​ວ່າ, ທ່ານ​ອັບ​ບັດ​ສ໌ ອາຣັກຊີ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອີຣານ​ໄດ້​ລາຍ​ງານ​ຕໍ່​ລັດຖະສະພາ​ອີຣານວ່າ, ອາ​ເມ​ລິ​ກາ​ຍິນ​ດີ​ໃຫ້ການ​ປະນີປະນອມ​ໃນ​ບັນຫາ​ນິວ​ເຄລຍຂອງ​ອີຣານ, ​ເຊິ່ງ​ຮັບ​ເຫັນ​ດີ​ໃຫ້​ອີຣານຮັກສາ​ເຄື່ອງ​ແຍກ​ວັດຖຸ​ດ້ວຍ​ແຮງ​ໜີ​ສູນ​ຈຳນວນ 4000 ​ເຄື່ອງ.

ຂ່າວສານ​ເມ​ຮ໌​ໄດ້​ອ້າງ​ຕາມ​ຄຳ​ເວົ້າຂອງ​ສະມາຊິກ​ສະພາ​ອີຣານຜູ້​ໜຶ່ງ​ມາລາ​ຍງານ​ວ່າ, ທ່ານ​ອາຣັກຊີ ​ໄດ້​ລາຍ​ງານ​ສະພາບ​ຄວາມ​ຄືບ​ໜ້າຫຼ້າສຸດ​ກ່ຽວ​ກັບ​ການ​ເຈລະຈາ​ບັນຫາ​ນິວ​ເຄລຍຂອງ​ອີຣານຕໍ່​ກຳມາ​ທິການ​ນະ​ໂຍບາຍ​ຄວາມ​ໝັ້ນຄົງ​ແລະ​ການ​ຕ່າງປະ​ເທດແຫ່ງ​ຊາດ​ຂອງລັດຖະ ສະພາອິສງາມອີຣານ. ​ແຕ່ຂ່າວດັ່ງກ່າວຍັງບໍ່ທັນໄດ້ຮັບການຢືນຢັນຈາກທາງການອີຣານເທື່ອ.

ປັດຈຸບັນ, ອີຣານມີເຄື່ອງແຍກວັດຖຸດ້ວຍແຮງໜີສູນປະມານ 19.000 ເຄື່ອງ, ໃນນັ້ນມີ 9.400 ເຄື່ອງກຳລັງ​ໃຊ້​ງານຢູ່. ທ່ານ​ອາລີ ຮາ​ເມ​ເນ​ອີ, ຜູ້ນຳ​ສູງ​ສຸດ​ຂອງ​ອີຣານ​ເຄີຍ​ກ່າວ​ວ່າ, ​ໃນ​ອີກບໍ່​ເທົ່າ​ໃດ​ປີ​ຂ້າງ​ໜ້າ​ນີ້, ອີຣານຕ້ອງການ​ເຄື່ອງ​ແຍກ​ວັດຖຸ​ດ້ວຍ​ແຮງ​ໜີ​ສູນ​ຈຳນວນ 1 ​ແສນ 9 ໝື່ນ​ເຄື່ອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ