ສະພາ​ການ​ຄ້າ 5 ​ແຫ່ງ​ຂອງ​ຮົງ​ກົງ​ກ່າວ​ວ່າ ງານ​​ໂຮມຊຸມນຸມຜິດ​ກົດໝາຍ "ຍຶດຄອງ​ເຂດ​ຈົ່ງ​ຫວນ" ​ອາດ​ຈະ​​ສູນເສຍ​ການຄວບ​ຄຸມ​
2014-10-21 15:39:28  cri 

ວັນ​ທີ 20 ຕຸລາ​ນີ້, 5 ສະພາ​ການ​ຄ້າ​ຂອງ​ຮົງ​ກົງ​ໄດ້​ອອກ​ຖະ​ແຫຼງການຮ່ວມ ​ໂດຍ​ກ່າວ​ວ່າ, ງານ​ໂຮມ​ຊຸມນຸມ​ແບບ​ຜິດ​ກົດໝາຍ "ຍຶດຄອງ​ເຂດ​ຈົ່ງ​ຫວນ" ​ໄດ້​ຍືດ​ເຍື້ອມາ​ເປັນ​ເວລາ 3 ອາທິດ​ແລ້ວ ​ເຊິ່ງ​ໄດ້​​ເປັນ​ການ​ທຳຮ້າຍ​ເສດຖະກິດ​ຂອງ​ຮົງ​ກົງ​ຢ່າງໜັກໜ່ວງແລະເລິກ​ເຊິ່ງ, ຖະ​ແຫຼງການ​ໄດ້​ກ່າວ​ປະນາມ​ຜູ້​ປະ​ທ້ວງສ່ວນໜຶ່ງ​ທີ່ໄດ້ລ່ວງລ້ຳ​ເສັ້ນປ້ອງ​ກັນ​ຂອງ​ເຈົ້າໜ້າ​ທີ່​ຕຳຫຼວດດ້ວຍ​ຮູບ​ການ​ຫົວ​ຮຸນ​ແຮງ, ​ເຊິ່ງ​ເປັນ​ການ​ທຳລາຍ​ລະບຽບ​ສັງຄົມ​ຢ່າງ​ໜັກ​ໜ່ວງ.

ສະພາ​ການ​ຄ້າ ​5 ​ແຫ່ງເຊິ່ງລວມທັງ​ສະພາ​ການ​ຄ້າ​ໃຫຍ່​ຈີນ, ສະຫະພັນໂຮງງານຈີນ​ຮົງ​ກົງ, ສະພາ​ການ​ຄ້າ​ໃຫຍ່​ຮົງ​ກົງ, ສະຫະພັນ​ອຸດສາຫະກຳ​ຮົງ​ກົງ ​ແລະ ສະພາ​ການ​ຄ້າ​ນຳ​ເຂົ້າ-ສົ່ງ​ອອກ​ຈີນ​ຮົງ​ກົງ ​ໄດ້​ຮຽກຮ້ອງ​ວ່າ, ງານ​ໂຮມ​ຊຸມນຸມ​ແບບ​ຜົດກົດໝາຍ "ຍຶດ​ຄອງ​ເຂດຈົ່ງ​ຫວນ" ​ໄດ້​ຂະຫຍາຍ​ໄປ​ໃນ​ທາງ​ທີ່​ໃກ້​ຈະ​ສູນເສຍ​ການ​ຄວບ​ຄຸມ​ແລ້ວ, ກຸ່ມຜູ້​ປະ​ທ້ວງ​ຕ້ອງ​ຖອນ​ອອກ​ໄປ​ໂດຍ​ໄວ, ​ເພື່ອຟື້ນ​ຟູຄວາມ​ເປັນ​ປົກກະຕິ​ຂອງຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ການ​ສັນຈອນ​ຕາມຖະໜົນ​ຫົນທາງ. ສະພາ​ການ​ຄ້າ ​5 ​ແຫ່ງນີ້​ຍັງ​ກ່າວ​ວ່າ ສະໜັບສະໜູນ​ເຈົ້າໜ້າ​ທີ່​ຕຳຫຼວດ​ໃນ​ການຮັກສາຄວາມ​ເປັນ​ລະບຽບ​ຂອງ​ສັງຄົມ​ຮົງ​ກົງ​ຕາມ​ກົດໝາຍ, ຟື້ນ​ຟູ​ສະ​ເຖຍລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງຂອງຮົງ​ກົງໂດຍ​ໄວ.

ສະພາ​ການ​ຄ້າ​ 5 ​ແຫ່ງ​ຂອງຮົງ​ກົງ​ກ່າວ​ຢ້ຳວ່າ: ຮົງ​ກົງ​ແມ່ນ​ສັງຄົມ​ແຫ່ງ​ກົດໝາຍ, ບໍ່​ອະນຸຍາດ​ໃຫ້​ມີ​ການ​ກະທຳ​ແບບ​ຜິດ​ກົດໝາຍ​ຈົນກະທັ້ງ​​ເຖິງ​ການ​ເຄື່ອນ​ໄຫວແບບຄວາມ​ຮຸນ​ແຮງ, ​ເຊິ່ງ​ເປັນ​ການສ້າງ​ຜົນ​ກະທົບ​ເຖິງ​ເສດ​ຖະກິດ​ແລະ​ຊື່​ສຽງ​ຂອງ​ຮົງ​ກົງ, ສະພາ​ການ​ຄ້າ 5 ​ແຫ່ງ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ກຸ່ມຜູ້​ປະ​ທ້ວງຄວນ​ຖື​ຜົນ​ປະ​ໂຫຍ​ດ​ແລະ​ຄວາມສຸກ​ໂດຍ​ລວມຂອງ​ສັງຄົມ​ຮົງ​ກົງ​ເປັນ​ສຳຄັນ, ສະ​ແດງ​ຄວາມຮຽກ​ຮ້ອງຂອງ​ຕົນ​ດ້ວຍ​ຮູບ​ແບບ​ທີ່​ຊອບ​ດ້ວຍ​ກົດໝາຍ​ແລະ​ມີ​ສະຕິ, ສິ້ນ​ສຸດ​ຂະ​ບວນການ "ຍຶດ​ຄອງ​ເຍດຈົ່ງ​ຫວນ" ​ໃນ​ທັນທີ, ​ເພື່ອ​ເຮັດ​ໃຫ້ການ​ດຳ​ເນີນ​ງານ​ຂອງ​ຂະ​ແໜງ​ການ​ຕ່າງໆ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຟື້ນ​ຟູ​ຄືນ​ສູ່​ສະພາບ​ປົກກະຕິ, ​ຟື້ນ​ຟູ​ຄວາມ​ໝັ້ນ​ໃຈ​ຂອງນັກ​ລົງທຶນ​ທີ່​ມີ​ຕໍ່​ຮົງ​ກົງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ