ໂຄງ​ການ​ເຂື່ອນໄຟຟ້າ​ຫ້ວຍ​ລຳ​ພັນ​ໃຫຍ່ຂອງ​ລາວ​ທີ່​ກໍ່ສ້າງ​ໂດຍ​ບໍລິສັດ​ຈີນເລີ່​ມປິດ​ປະຕູ​ລະບາຍນ້ຳ​ເພື່ອ​ກັກ​ເກັບ​ນ້ຳເຂົ້າ​ໃສ່​ອ່າງ
2014-10-21 15:45:24  cri 

ວັນ​ທີ 20 ຕຸລາ​ນີ້ ທີ່​ເມືອງ​ທ່າ​ແຕງ ​ແຂວງ​ເຊ​ກອງ​ຂອງລາວ, ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ, ຮອງ​ນາຍົກລັດຖະມົນຕີ​ລັດຖະບານ ສປປ ລາວ, ທ່ານ​ກ່ວນຮວາ​ປິ່ງ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ ​ແລະ ​ແຂກ​ຜູ້​ມີ​ກຽດ​ອີກຫຼາຍທ່ານ ​ໄດ້​ເຂົ້າຮ່ວມິທີປິດ​ປະຕູ​ລະບາຍ​ນ້ຳ​ເພື່ອ​ກັກ​ເກັບ​ນ້ຳ​ເຂົ້າ​ໃສ່​ອ່າງ​ຂອງ​ໂຄງການ​ເຂື່ອນ​ໄຟຟ້າ​ຫ້ວຍ​ລຳ​ພັນ​ໃຫຍ່. ​ໃນ​ມື້​ດຽວ​ກັນ, ​ເຂື່ອນ​ໄຟຟ້າ​ຫ້ວຍ​ລຳ​ພັນ​ໃຫຍ່​ຂອງລາວທີ່​ກໍ່ສ້າງ​ໂດຍກຸ່ມ​ບໍລິສັດ​​ຫຸ້ນ​ສ່ວນ​ເກີ​ໂຈ່​ວປ້າ​ຈີນຈຳກັດ ​ໄດ້​ວາງ​ປະຕູ​ລະບາຍ​ນ້ຳ​ລົງຢ່າງ​ເປັນ​ທາງ​ການ, ​​ເຊິ່ງ​ເປັນ​ການ​ສ້າງ​ພື້ນຖານອັນ​ໜັກ​ແໜ້ນ​ໃຫ້​ແກ່ການ​ຜະລິດ​ກະ​ແສ​ໄຟຟ້າ​ແລະຕໍ່​ເຂົ້າ​ເຄືອ​ຂ່າຍ​ໄຟຟ້າ​ຂອງ​ລາວຂອງ​ໂຄງການ​ນີ້​ກ່ອນ​ເວລາ​ກຳນົດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ