ຈີນ​ແລະ​ລາວ​​ສຳ​ມະ​ນາການ​ສຳຫຼວດ​ຄວາມ​ເປັນ​ໄປ​ໄດ້ກ່ຽວ​ກັບ​ໂຄງການ​ປ້ອງ​ກັນ​ແລະ​ຄວບ​ຄຸມການແຜ່​ລະບາດ​ພະ​ຍາດ​​ໃນສັດ​ຂ້າມ​ຊາດ
2014-10-21 15:55:31  cri 

​ແຫຼ່ງຂ່າວ​ຈາກຫ້ອງການ​ທີ່​ປຶກສາ​ດ້ານ​ເສດ​ຖະກິດ​ການ​ຄ້າ ສະຖານທູດ​ຈີນ​ປະຈຳ​ລາວ​ລາຍ​ງານ​ວ່າ, ວັນ​ທີ 16 ຕຸລາ​ນີ້​ໄດ້​ຈັດ​ພິທີລົງ​ນາມ​ໃນ​ບົດ​ບັນທຶກ​ກອງ​ປະຊຸມ​ສຳ​ມະ​ນາການ​ສຳຫຼວດຄວາມ​ເປັນ​ໄປ​ໄດ້ກ່ຽວ​ກັບ​ໂຄງການ​ປ້ອງ​ກັນ​ແລະ​ຄວບ​ຄຸມການແຜ່​ລະບາດ​ພະ​ຍາດ​​ໃນສັດ​ຂ້າມ​ຊາດຢູ່​ກົມ​ລ້ຽງສັດ​ແລະ​ການ​ປະມົງ ກະຊວງ​ກະສິກຳ​ປ່າ​ໄມ້​ລາວ.

​ໂຄງການ​ຊ່ວຍ​ເຫຼືອລາວ​ປ້ອງ​ກັນ​ແລະ​ຄວບ​ຄຸມການແຜ່​ລະບາດ​ພະ​ຍາດ​​ໃນສັດ​ຂ້າມ​ຊາດ​ໄດ້​ກຳນົດ​ສະຖານ​ທີ່​ຕົ້ນຕໍ​ຢູ່​ນະຄອນຫຼວງວຽງ​ຈັນ, ​ແຂວງຫຼວງນ້ຳ​ທາ ​ແລະ ​ແຂວງ​ຜົ້ງສາລີ, ​ໃນ​ນັ້ນຈະ​ສ້າງ​ຫ້ອງທົດ​ລອງວິ​ເຄາະ​ແລະ​ບົ່ງມະຕິ​ພະຍາດ​ໃນ​ສັດ​ຂ້າມ​ຊາດຢູ່​ນະຄອນຫຼວງວຽງ​ຈັນ, ​ແລະ​ຈະສ້າງ​ສະຖານີ​ຕິດຕາມ​ວິ​ເຄາະ​ພະຍາດ​​ໃນສັດ​ຂ້າມ​ຊາດ​ຢູ່​ແຂວງຫຼວງນ້ຳ​ທາ ​ແລະ ​ແຂວງ​ຜົ້ງສາລີ ແຂວງ​ລະ​ໜຶ່ງແຫ່ງ. ​ໂຄງການ​ນີ້​ຈະ​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ໃນ​ສັດ​ຕາມ​ຊາຍ​ແດນ​ຈີນ-ລາວ, ທັງ​ຊຸກ​ຍູ້​ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຈີນ-ລາວ​ໃຫ້​ຂະຫຍາຍຕົວ​ຢ່າງ​ໝັ້ນທ່ຽງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ