ວັກ​ແຊງ​ປ້ອງ​ກັນພະຍາດ​ເອດ​ທີ່​ຈີນ​ຄົ້ນຄວ້າ​​ແລະຜະລິດ​ເອງ​ໄດ້​ສິ້ນ​ສຸດ​ການ​ປິ່ນປົວທົດ​ລອງ​​ໄລຍະ​ທີ​ສອງ​ແລ້ວ
2014-10-21 15:57:42  cri 

ນັບ​ຕັ້ງ​ແຕ່​ພະຍາດ​ເອດ​ ​ໄດ້​ແຜ່​ລະບາດເປັນຕົ້ນມາ, ​​ເຮັດໃຫ້​ຊາວ​ໂລກ​ຈຳນວນ 75 ລ້ານ​ຄົນ​ຕິດ​ເຊື້ອພະຍາດ​ນີ້, ປັດຈຸບັນ​ ​ຜູ້​ຕິດ​ເຊື້ອພະຍາດ​ເອດ ​ແລະ​ຜູ້​ເປັນ​ພະຍາດ​ເອດ​ທີ່​ຍັງ​ມີ​ຊີວິດ​ຢູ່​ໃນ​ທົ່​ວ​ໂລກ​ມີ 35 ລ້ານ​ກວ່າ​ຄົນ, ພະຍາດ​ເອດ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ສິ່ງ​ທ້າ​ທາຍ​ດ້ານສາທາລະນະ​ສຸກ​ທີ່​ຂ້ຽວຂາດ​ທີ່​ສຸດ​ຂອງໂລກ​. ປັດຈຸບັນ, ກອງ​ປະຊຸມ​ແລກປ່ຽນ​ວິຊາ​ການ​ດ້ານ​ພະຍາດ​ເອດ​ປະຈຳ​ປີ 2014 ​ເຊິ່ງ​ແມ່ນ​ສະມາຄົມ​ປ້ອງ​ກັນ​ແລະ​ປິ່ນປົວພະຍາດ​ຕິດ​ຕໍ່​ທາງ​ເພດ​ສຳພັນ ​ແລະ ພະຍາດ​ເອດ​ຈີນ ກຳລັງ​ດຳ​ເນີນ​ຢູ່​ທີ່​ນະຄອນຫຼວງປັກ​ກິ່ງ, ຜູ້​ວາງ​ນະ​ໂຍບາຍ​ແລະ​ຜູ້​ຊ່ຽວຊານ​ລະດັບ​ສຸດ​ຍອດ​ໃນ​ຂົງ​ເຂດ​ພະຍາດ​ເອດ​ທີ່​ມາ​ຈາກ​ປະ​ເທດ​ຕ່າງໆ​ໃນ​ໂລກ​ຈຳນວນພັນ​ກວ່າ​ຄົນ ​ໄດ້​ແລກປ່ຽນ​ແລະ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ປິ່ນປົວ​ພະຍາດ​ເອດ.

ການ​ທີ່​ຄົ້ນພົບ​ຜູ້ຕິດ​ເຊື້ອ​ພະຍາດ​ເອດ​ໂດຍ​ໄວ ​ແມ່ນ​ຂໍ້​ສຳຄັນ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ນີ້. ປັດຈຸບັນ, ອັດຕາ​ການຄົ້ນພົບຜູ້​ຕິດ​ເຊື້ອ​ພະຍາດ​ເອດ​ຂອງ​ຈີນ​ກຳລັງ​ເພີ່ມ​ຂຶ້ນ​ເປັນ​ລຳດັບ, ​ເຊິ່ງຮອດ​ທ້າຍ​ປີ​ນີ້​ຈະ​ບັນລຸ 60%. ອີງ​ຕາມ​ເປົ້າໝາຍ​ຂອງ​ອົງການສະຫະ​ປະຊາ​ຊາດ​ເພື່ອ​ວາງ​ແຜນ​ຕ້ານພະຍາດ​ເອດ ຫຼື UNAIDS, ການຄົ້ນພົບ​ຜູ້​ຕິດ​ເຊື້ອ​ພະຍາດ​ເອດ​ຄວນ​ບັນລຸ 90% ຂຶ້ນ​ໄປ.

​ໃນ​ດ້ານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ເອດ, ປັດຈຸບັນ, ພະຍາດ​​ເອດ​ແມ່ນ​ສາມາດ​ຄວບ​ຄຸມ​ໄວ້​ໄດ້, ​ແຕ່​ບໍ່​ສາມາດ​ປິ່ນປົວ​ໃຫ້ຫາ​ຍ​ໄດ້. ວັກ​ແຊງ​ພະຍາດ​ເອດ​ທີ່​ວິຊາ​ການ​ຈີນ​ຄົ້ນຄວ້າ​ຜະລິດ​ເອງ ​ໄດ້​ຖືກ​ຖື​ເປັນ​ໜຶ່ງ​ໃນ​ວັກ​ແຊງ​ປ້ອງ​ກັນພະຍາດ​ເອດ 8 ຢ່າງ​ທີ່​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ທີ່​ສຸດ​ທີ່ອາດ​ຈະ​ປະສົບ​ຜົນສຳ​ເລັດ​ໃນ​​ໂລກ. ປັດຈຸບັນ​ນີ້, ການ​ປິ່ນປົວທົດ​ລອງ​ໄລຍະ​ທີ​ສອງ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ, ​ແລະ​ກຳລັງ​ກວດ​ສອບ​ປະສິດທິພາບ​ຂອງ​ວັກ​ແຊງ​ຢູ່.

ກອງ​ປະຊຸມ​ແລກປ່ຽນ​ວິຊາ​ການ​ດ້ານ​ພະຍາດ​ເອດ​ປະຈຳ​ປີ 2014 ດຳ​ເນີນ​ເປັນ​ເວລາ 2 ວັນ. ທ່ານ​ນາງ​ເຜິ​ງລີ​ຢວນ, ທູດພິ​ເສດການ​ປ້ອງ​ກັນ​ແລະ​ປິ່ນປົວ​ວັນນະ​ໂລກ ​ແລະ ພະຍາດ​ເອດຂອງ​ອົງການ​ອະນາ​ໄມ​ໂລກ ຫຼື WTO, ພັນ​ລະ​ຍາ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ ​ໄດ້​ເຂົ້າຮ່ວມ​ພິທີ​ໄຂ​ກອງ​ປະຊຸມດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ