ຮ່ວມ​ກັນ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ອາຊີ​ປາຊີ​ຟິກທີ່​ອວ່າຍໜ້າ​ໄປ​ສູ່​ອະນາຄົດ
2014-10-21 16:52:54  cri 
ຕາມ​ຂ່າວ​ຈາກ​ໜັງສືພິມ​ເຢີ​ນມິນ​ຢື້​ປ້າວ​ຂອງ​ຈີນ​ລາຍ​ງານ​ວ່າ, ວັນ​ທີ 20 ຕຸລາ​ນີ້, ທ່ານ​ຊິນ​ກ່າງ, ​ໂຄສົກ​ກະຊວງ​ການ​ຕ່າງປ​ະ​ເທດ​ຈີນ​ໄດ້​ປະກາດ​ວ່າ​: ກອງ​ປະຊຸມສຸດ​ຍອດ​ບໍ່​ເປັນ​ທາງ​ການ​ຂອງ​ອົງການ​​ຮ່ວມ​ມື​ດ້ານ​ເສດຖະກິດ​ອາຊີ​ປາຊີ​ຟິກຫຼື APEC ຄັ້ງ​ທີ 22 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ​ເລີ່​ມ​ແຕ່​ວັນ​ທີ 10 ຫາ​ວັນ​ທີ 11 ຕຸລາ​ນີ້. ຫົວ​ຂໍ້​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ "ຮ່ວມ​ກັນ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ອາຊີ​ປາຊີ​ຟິກທີ່​ອວ່າຍໜ້າ​ໄປ​ສູ່​ອະນາຄົດ", ຜູ້ນຳ​ຫຼື​ຜູ້ຕາງໜ້າ​ຂອງ​ອົງ​ກອນ​ເສດຖະກິດ​ອົງການ APEC ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຕາມ​ຄຳ​ເຊີນ. ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແລະ​ເປັນ​ປະທານກອງ​ປະຊຸມ.

​ໃນ​ຖານະ​ເປັນ​ສະມາຊິກ​ຂອງ​ຄອບຄົວ​ໃຫຍ່​ອາຊີ​ປາຊີ​ຟິກ, ຈີນ​ໄດ້​ຊຸກຍູ້​ການ​ພັດທະນາ​ອາຊີປາຊີ​ຟິກ​ໂດຍ​ຜ່ານ​ການ​ພັດທະນາ​ຂອງ​ຕົນມາ​ໂດຍ​ຕະຫຼອດ​, ອຳນວຍ​ໂອກາດ​​ໃຫ້​ແກ່​ຄວາມ​ຈະ​ເລີ​ນຮຸ່ງ​​ເຮືອງ​ຂອງ​ອາຊີ​ປາຊີ​ຟິກ​ໂດຍຜ່ານການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ຂອງ​ຕົນ. ປີ 2013, ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບປະ​ເທດ​ສະມາຊິກ​ອື່ນໆ​ຂອງອົງການ APEC ​ໄດ້​ບັນລຸ​ເຖິງ 2.500 ຕື້​ໂດ​ລາ, ກວມ 60% ຂອງ​ຍອດ​ມູນ​ຄ່າ​ການ​ຄ້າ​ຂອງ​ຈີນ​ຕໍ່​ຕ່າງປະ​ເທດ. ​ໃນ​ຈຳ​ນວນ 10 ຄູ່​ຮ່ວມ​ການ​ຄ້າ​ໃຫຍ່​​ແຖວ​ໜ້າ​ຂອງ​ຈີນ, ມີ 8 ​ສະມາຊິກ​ອົງການ APEC . ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ​ຢ່າງ​ຕໍ່​ເນື່ອງ​ແລະ​ໝັ້ນທ່ຽງ, ​ຈະ​ສືບ​ຕໍ່​ເພີ່ມ​ກຳລັງ​​ທີ່​​ແຂງ​ແຮງ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ອາຊີ​ປາຊີ​ຟິກກໍ່​ຄື​ຂອງ​ໂລກ.

ຫົວ​ຂໍ້​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ "ຮ່ວມ​ກັນ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ອາຊີ​ປາຊີ​ຟິກທີ່​ອວ່າຍໜ້າ​​ໄປ​ສູ່​ອະນາຄົດ", ຝ່າຍ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຈະ​ຊຸກຍູ້​ການ​ເຊື່ອມ​ໂຍງ​ເຂົ້າກັນ​ດ້ານ​ເສດຖະກິດ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ໂດຍ​ຜ່ານ​ກອງ​ປະຊຸມ, ຊຸກຍູ້​ການ​ພັດທະນາ​ແບບ​ມີ​ຫົວຄິດ​ປະດິດ​ສ້າງ, ການ​ປະຕິ​ຮູບ​ແລະ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ, ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ​ກັນ​ຮອບດ້ານ​ແລະ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ