ຕະຫຼາດ​ຄ້າຂາຍ​ເງິນຕາ​ສິງກະ​ໂປ​ໃຫ້​ບໍລິການ​ຄ້າຂາຍ​ເງິນ​ຢວນຈີນ​ແບບ​ຈອງ​ຊື້ລ່ວງ​ໜ້າ
2014-10-21 17:01:55  cri 
ຕະຫຼາດ​ຄ້າຂາຍ​ເງິນຕາ​ສິງກະ​ໂປ​ໄດ້​​ເລີ່​ມ​ໃຫ້​ບໍລິການ​ຄ້າຂາຍເງິນ​ຢວນຈີນ​ແບບ​ຈອງຊື້​ລ່ວງ​ໜ້າ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 20 ຕຸລາ​ນີ້, ​ໃນ​ນັ້ນ, ລວມທັງສັນຍາ​ວ່າ​ດ້ວຍການ​ຄ້າຂາຍ​ສະກຸນ​ເງິນ​ໂດ​ລາ​ແລະ​ເງິນ​ຢວນຈີນ​ແບບ​ຈອງ​ຊື້​ລ່ວງ​ໜ້າ​ທີ່​ມີ​ມູນ​ຄ່າ 1 ​ແສນ​ໂດ​ລາ​ສະຫະລັດ​ແລະ​ສັນຍາ​ວ່າ​ດ້ວຍການ​ແລກປ່ຽນ​​​ເງິນ​ຢວນຈີນກັບເງິນ​ໂດ​ລາສະຫະລັດ​ແບບ​ລ່ວງ​ໜ້າທີ່​ມີ​ມູນ​ຄ່າ 5 ​ແສນ​ໂດ​ລາ​ສະຫະລັດ.

ທ່ານ​ໂກ່​ນິງນິງ, ຜູ້​ວ່າການ​ທະນາຄານ​ຈີນ​ສາຂາ​ສິງກະ​ໂປ​ກ່າວ​ວ່າ, ການ​ບໍລິການ​ຄ້າຂາຍ​ເງິນ​ຢວນຈີນ​ແບບ​ຈອງຊື້​ລ່ວງ​ໜ້າ​ທີ່ຕະຫຼາດ​ຄ້າຂາຍ​ເງິນຕາ​ສິງກະ​ໂປສະໜອງ​ໃຫ້​ນັ້ນ​ໄດ້​ເຮັດ​ໃຫ້ການ​ບໍລິການ​ດ້ານສະກຸນເງິນ​ຢວນຈີນ​ທີ່ຢູ່​ຕ່າງປະ​ເທດ​ມີ​ຊະນິດອຸດົມ​ສົມ​ບູນຂຶ້ນ​ຕື່ມ, ເຮັດ​ໃຫ້​ຜູ້​ຖື​ເງິນ​ຢວນຈີນ​ໃນ​ທົ່ວໂລກສາມາດ​ດຳ​ເນີນ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ໃຫ້​ດີກ​ວ່າ​ເກົ່າ, ​ແລະ​ເຮັດ​ໃຫ້​ເງິນ​ຢວນຈີນ​ຖືກ​ນຳ​ໃຊ້​ຫຼາຍ​ກວ່າ​ເກົ່າໃນ​ສາກົນ, ​ແລະ​ໄດ້​ເພີ່ມ​ທະວີ​ກຳລັງ​ແຂ່ງຂັນ​ຂອງ​ສິງກະ​ໂປ​ໃນ​ຖານະ​ເປັນ​ສູນທຸລະ​ກິດ​ເງິນ​ຢວນຈີນ​ແລະ​ສູນ​ແລກປ່ຽນ​ລະຫວ່າງ​ເງິນ​ຢວນຈີນ​ກັບເງິນຕາ​ຕ່າງປະ​ເທດຢູ່​ຕ່າງປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ