ວິທະຍຸ​ພາສາ​ຈີນ​ແຫ່ງ​ທຳ​ອິດ​ຂອງຝຣັ່ງ​ເລີ່​ມອອກອາກາດ
2014-10-21 11:22:11  cri 
ວັນ​ທີ 20 ຕຸລາ​ນີ້ຢູ່​ທີ່​ນະຄອນຫຼວງປາຣີ, ວິທະຍຸ​ກະຈາຍສຽງພາສາ​ຈີນ​ເອີຣົບທີ່​ເປັນວິທະຍຸ​ພາສາ​ຈີນ​ແຫ່ງ​ທຳ​ອິດ​ຂອງຝຣັ່ງ​ໄດ້ເລີ່​ມ​ອອກ ອາກາດຢ່າງ​ເປັນ​ທາງ​ການ, ​ເຊິ່ງນີ້​ເປັນວິທະຍຸ​ພາສາ​ຈີນ-ພາສາ​ຝຣັ່ງທີ່ກະຈາຍສຽງ​​ແບບເຕັມ​ເວລາ​ແຫ່ງ​ທຳ​ອິດ​ຂອງ​ທະວີບ​ເອີຣົບ.

ວິທະຍຸ​ກະຈາຍສຽງພາສາ​ຈີນ​ເອີຣົບ​ແມ່ນ​ລິ​ເລີ່​ມ​ໂດຍ​ການ​ຮິບໂຮມ​ເງິນ​ທຶນ​ຂອງ​ຊາວ​ຈີນ​ຕ່າງ​ດ້າວ​ທີ່ຢູ່​ຝຣັ່ງ​ແລະ​ຊາວ​ຝຣັ່ງ​ເຊື້ອສາຍ​ຈີນບາງ​ຄົນ, ​ແລະ​ເລີ່​ມການຫ້າງ​ຫາ​ການ​ກໍ່ສ້າງ​ແລະ​ການສະ​ເໜີ​ສ້າງ​ຕັ້ງໃນ​ປີ 2005, ​ເຊິ່ງ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ຄະນະ​ກຳ​ມະ​ການ​ຄວບ​ຄຸມ​ການ​ກະຈາຍສຽງສູງ​ສຸດ​ຂອງຝຣັ່ງ​ໃນ​ປີ 2009. ວິທະຍຸ​ດັ່ງກ່າວ​ນີ້​ຈະ​ສາມາດ​ກະຈາຍສຽງ​ໂດຍ​ປົກ​ຫຸ້ມພາກ​ພື້ນ​ປາຣີ​ໄດ້.

ທ່ານ​ ລິນ​ຈິງ​ຜິ​ງ ຫົວໜ້າວິທະຍຸ​ກະຈາຍສຽງພາສາ​ຈີນ​ເອີຣົບກ່າວ​ວ່າ, ຫວັງ​ຢາກ​ໃຫ້​​ຊາວ​ຈີນ​ຕ່າງ​ດ້າວ​​ແລະຊາວ​ຝຣັ່ງ​ເຊື້ອສາຍ​ຈີນທີ່ຢູ່​ຝຣັ່ງ ຮຽນຮູ້​ກົດໝາຍ​ຂໍ້​ກຳນົດຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງຄົມ​ຝຣັ່ງໃນ​ທຸກ​ລະດັບຢ່າງ​ແທ້​ຈິງ​ ​ໂດຍ​ຜ່ານວິທະຍຸ​ດັ່ງກ່າວ​ນີ້. ​ໃນ​ຂະນະ​ດຽວ​ກັນ​ນີ້, ​ໃນ​ເວລາ​ດຳ​ເນີນ​ລາຍການຍັງ​ຈະ​ແນະນຳ​ສະພາບ​ການ​ແຫ່ງ​ການ​ສ້າງສາ​ພັດທະນາ​ທີ່​ນັບ​ມື້​ນັບ​ມີ​ການ​ປ່ຽນ​ແປງ​ຂອງປະ​ເທດ​ຈີນໃນຫຼາຍ​ແງ່​ຫຼາຍ​ມູມ​ເພື່ອ​ເຮັດ​ໃຫ້​ຊາວ​ຈີນທີ່ຢູ່​ຕ່າງ​ແດນ​ໄດ້​ມີ​ການ​ຕິດ​ຕາມ​ຂ່າວສານ​ຂອງ​ບ້ານ​ເກີດ​ຢ່າງ​ໃກ້ຊິດ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ