ນາຍົກລັດຖະມົນຕີ​ໂຮ​ນລັງ​ຈະ​ເດີນທາງ​ຢ້ຽມຢາມ​ມາ​ເລ​ເຊຍ​ແລະ​ອົສຕາລີ​ເພື່ອປຶກສາ​ຫາລື​ກ່ຽວ​ກັບ​ການ​ສືບສວນກໍລະນີຍົນ​ໂດຍສານຖ້ຽວ​ບິນ MH17
2014-10-21 16:09:43  cri 
ຕາມ​ສື່​ມວນ​ຊົນ​ຕ່າງປະ​ເທດ​ລາຍ​ງານ​ວ່າ, ລັດຖະບານ​ໂຮ​ນລັງ​ໄດ້​ກ່າວ​ໃນ​ວັນ​ທີ 20 ຕຸລາ​ນີ້​ວ່າ, ທ່ານ ມາກ ຣຸດ​ເຕ ນາຍົກລັດຖະມົນຕີ​ໂຮ​ນລັງ​ຈະເດີນທາງ​​​ໄປຢ້ຽມຢາມ​ມາ​ເລ​ເຊຍ​ແລະ​ອົສຕາລີ​​ໃນ​ເດືອນ​ພະຈິກ​ໜ້າ​ນີ້, ເພື່ອປຶກສາ​ຫາລື​ກ່ຽວ​ກັບ​ການ​ສືບສວນກໍລະນີເຫດການຍົນ ໂດຍສານຖ້ຽວ​ບິນ MH17ຕົກ​.

ພາກ​ສ່ວນ​ການ​ບໍລິການ​ດ້ານ​ຂໍ້​ມູນ​ຂ່າວສານ​ຂອງ​ລັດຖະບານ​ໂຮ​ນລັງ​ໃຫ້​ຮູ້​ວ່າ, ຕາມ​ເວລາ​ທີ່​​ໄດ້​ກຳນົດ​ໄວ້, ​ໃນ​ວັນ​ທີ 5 ຫາ​ວັນ​ທີ 7 ພະຈິກ​ໜ້າ​ນີ້, ທ່ານ ຣຸດ​ເຕ ຕ່າງ​ຈະ​ພົບ​ປະ​ກັບ​ທ່ານ ​ນາ​ຈິບ ຣາຊັກ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ມາ​ເລ​ເຊຍ​ແລະ​ທ່ານ ​ໂທໍນີ ອາ​ບອດ ນາຍົກລັດຖະມົນຕີ​ອົສຕາລີ​ເພື່ອດຳ​ເນີນ​ການ ປຶກສາ​ຫາລື​ກັນ​ກັບ​ສອງ​ທ່ານ​ດັ່ງກ່າວ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ການ​ສືບສວນຕໍ່​​ເຫດການ ຍົນໂດຍສານຖ້ຽວ​ບິນ MH17ຕົກ​, ພ້ອມ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ສອງ​ປະ​ເທດ​ດັ່ງກ່າວທີ່​ໄດ້ໃຫ້ການ​ສະໜັບສະໜູນ.

ວັນ​ທີ 17 ກໍລະກົດ​ແລ້ວ​ນີ້, ຍົນ​ໂດຍສານຖ້ຽວ​ບິນ MH17ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ​ທີ່​ອອກຈາກ​ອຳ​ສະ​ເຕີ​ດາມ​ໄປກົວ​ລາ​ລຳ​ເປີນັ້ນ​ໄດ້​ເກີດ​ອຸປະຕິ​ເຫດ​​ຕົກ​ທີ່​ພາກ​ຕາ​ເວັນ​ອອກ​ຂອງ​ອູ​ແກ​ລນ, ​ເຊິ່ງຜູ້​ໂດຍສານ​ແລະ​ຈຸ​ບິນ​​ເປັນ​ຈຳນວນ 298 ຄົນ​ໄດ້​ເຊຍ​ຊີວິດ​ໄປ​ໝົດ,ໃນ​ນີ້, ມີ​ຊາວ ໂຮ​ນລັງ 192 ຄົນ, ຊາວ​ມາ​ເລ​ເຊຍ 43 ຄົນ​ແລະ​ຊາວອົສຕາລີ​ 27 ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ