ເກີດ​ເຫດ​ຍິງ​ຄົນ​ເສຍ​ຊີວິດ​ຫຼາຍ​ຄັ້ງ​ຢູ່​​ໃນ​ແລະ​ໃກ້​ກັບຫໍລັດຖະສະພາຂອງ​ກາ​ນາ​ດາ
2014-10-23 19:03:27  cri 

ຕອນ​ເຊົ້າ​ວັນ​ທີ 22 ຕຸລາ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ຢູ່​ໃນ​ຫໍ​ລັດຖະສະພາ​ກໍ່​ຄືຢູ່​ອະນຸ​ສາ​ວະລີ​ສົງຄາມທີ່​ໃກ້​ກັບ​ຫໍທີ່ນະຄອນຫຼວງອົດ​ຕາ​ວາ​ຂອງ​ກາ​ນາ​ດາ​ໄດ້​ເກີດ​ເຫດ​ຍິງ​ຄົນ​ເສຍ​ຊີວິດ 2 ຄັ້ງ, ​​​ເຮັດ​ໃຫ້​ມີ 2 ຄົນ​ເສຍ​ຊີວິດ, ຊຶ່ງ​ໃນ​ນັ້ນ​ລວມທັງ​ມື​ປືນ ແລະອີກ 2 ຄົນ​ໄດ້​ຮັບ​ບາດ​ເຈັບ, ​ເຊິ່ງ​ເຫດການ​ດັ່ງກ່າວ​ນີ້​ໄດ້​ສ້າງ​ຄວາມ​ສະ​ເທືອ​ນ​ໃຈ​ແກ່​ປະຊາຊົນ​ກາ​ນາ​ດາ​ທົ່ວ​ປະ​ເທດ.

ໃນ​ເວລາ 10 ​ໂມງ​ຂອງ​ວັນ​ທີ 22 ຕຸລາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ຢູ່​ໃນ​ຫໍ​ລັດຖະສະພາ​ສະຫະພັນ​ກາ​ນາ​ດາ​ໄດ້​ມີ​ສຽງ​ຍິງ​ປືນ​ 10 ກວ່ານັດດັງ​ຂຶ້ນ. ຕາມ​ຂ່າວ​ແຈ້ງວ່າ, ມີ​ຜູ້​ຊາຍ​ຜູ້​ໜຶ່ງ​ໄດ້​ຖື​ປືນ​ແລ່ນ​ເຂົ້າ​ໃນ​ຫໍ​ລັດຖະສະພາ​​​ແລະ​ຍິງ​ໃສ່ຜູ້​ຄົນ​​ແລະ​ສຸດ​ທ້າຍມື​ປືນ​ຜູ້​ນີ້​ກໍ່​ໄດ້​ຖືກ​ຍິງ​ຕາຍ. ກ່ອນ​ໜ້າ​ນີ້, ຢູ່​ອະນຸສາວະລີ​ສົງຄາມ​ທີ່​ໃກ້ກັບ​ຫໍ​ລັດຖະສະພາ​ຍັງ​ໄດ້​ເກີດ​ເຫດ​ຍິງ​ຄົນ​ເສຍ​ຊີວິດ​ລາຍ​ໜຶ່ງ, ທະຫານທີ່ຢູ່​ຍາມ​​ເພື່ອປ້ອງ​ກັນ​ຂຸມ​ສົບ​ຜູ້​ເສຍສະຫຼະ​​ນິລະນາມເພື່ອ​ການ​ປະຕິວັດຜູ້​ໜຶ່ງ​ໄດ້​ຖືກ​ມື​ປືນ​ຫຼອນ​ໂຈມ​ຕີ, ​ເຊິ່ງ​ໄດ້ຖືກ​ຍິງ​ຫຼາຍ​ນັດ, ​ໄດ້​ຮັບ​ການ​ສົ່ງ​​ໄປປິ່ນປົວ​ຢູ່​ໂຮງ​ໝໍ​​​​ແຕ່​​​ໄດ້​ເສຍ​ຊີວິດ​ໃນ​ເວລາ​ຕໍ່​ມາ. ນອກ​ນີ້, ຍັງ​ມີປະຊາຊົນ​ອີກ​ສອງ​ຄົນ​​ໄດ້​ຮັບ​ບາດ​ເຈັບ, ​ແຕ່​ປະຈຸ​ບັນ​ສອງ​ຄົນ​ທີ່​ບາດ​ເຈັບ​ນີ້​ໄດ້​ພົ້ນ​ຂີດມີ​ຄວາມ​ອັນ​ຕະ​ລາຍ​ແລ້ວ. ປະຈຸ​ບັນ​ກໍ່​ຍັງ​ບໍ່​ຮູ້​ລາຍ​ລະອຽດ​ວ່າມື​ປືນ​ທີ່​ຍິງ​ຄົນ​ເສຍ​ຊີວິດ 2 ລາຍ​ດັ່ງກ່າວ​ແມ່ນ​ຜູ້​ດຽວ​ຫຼື​ບໍ່, ​ແລະ​ມື​ປືນ​ຍັງ​ມີ​ຜູ້​ຮ່ວມ​ກໍ່​ເຫດ​ນຳ​ຫຼື​ບໍ່, ​ແຕ່​​ເຈົ້າ​ໜ້າ​ທີ່ຕຳຫຼວດ​ອົດ​ຕາ​ວາ​ໄດ້​ເຕືອນໃຫ້​ປະຊາຊົນຈົ່ງ​ມີ​ສະຕິລະ​ວັງ​ຕົວ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ