ຕະຫຼາດຊື້​ຂາຍ​ຜະລິດ​ຕະພັນຈາກທະ​ເລ​ຈີນ-ອາ​ຊຽນ​ເລີ່​ມ​ເປີດ​​ບໍລິການ
2014-10-24 11:21:57  cri 

ກອງ​ປະຊຸມຂະ​ແໜງ​ການ​ຊັບ​ສິນທາງ​ນ້ຳ​ແບບແຊ່​ເຢັນທົ່ວ​ໂລກ "​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ" ຄັ້ງທຳ​ອິດ ​ແລະ ກອງ​ປະຊຸມ​ຖະ​ແຫຼງຂ່າວ​ກ່ຽວ​ກັບ​ການ​ເປີດ​ບໍລິການ​ຂອງ​ຕະຫຼາດຊື້ຂາຍຜະລິດ​ຕະພັນ​ຈາກ​ທະ​ເລ​ຈີນ-ອາ​ຊຽນ ​ໄດ້​ຈັດ​ຂຶ້ນຢູ່​ທີ່​ນະຄອນ​ຝູ​ໂຈ່​ວ​ແຂວງ​ຝູຈ້ຽນຈີນ​ໃນ​ວັນ​ທີ 23 ຕຸລາ​ນີ້.

ຂ່າວ​ແຈ້ງວ່າ, ຕະຫຼາດຊື້​ຂາຍຜະລິດ​ຕະພັນ​ຈາກ​ທະ​ເລ​ຈີນ-ອາ​ຊຽນຈະ​ເຄື່ອນ​ໄຫວ​ແບບ​ຈົດ​ທະບຽນ​ສະມາຊິກ​ກະພາບ ​ເຊິ່ງດຶງ​ດູດ​ວິ​ສາ​ຫະກິດ​ທີ່​ຜະລິດ, ປຸງ​ແຕ່ງ ຫຼື ຄ້າຂາຍ​ຜະລິດຕະພັນ​ຈາກທະ​ເລ ​ແລະ​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່​​ທີ່​ມີ​ຜະລິດ​ຕະພັນຈາກທະ​ເລງວດ​ໃຫຍ່ ​ແລະ ມີ​ຊັບພະຍາກອນ​ດ້ານ​ຜະລິດ​ຕະພັນຈາກທະ​ເລຂອງ​ຈີນ​ແລະ​ປະ​ເທດ​ອາ​ຊຽນ​ເປັນ​ສະມາຊິກ​​, ​ແລະ​ສະໜອງ​ຜະລິດ​ຕະພັນ​ນານາ​ຊະນິດ ​ແລະ ຮູບ​ການ​ຊື້​ຂາຍ​ທີ່​ຄ່ອງ​ແຄ້ວ​ໃຫ້​ແກ່ສະມາຊິກ​ເຫຼົ່ານີ້.

ຂ່າວ​ແຈ້ງ​ອີກ​ວ່າ, ​ໃນ​ຖານະ​ທີ່​ເປັນ​ວິ​ສາ​ຫະກິດ​ຫຸ້ນ​ສ່ວນ​ແບບ​ປະສົມ, ການ​ສ້າງຕັ້ງຕະຫຼາດຊື້​ຂາຍ​ຜະລິດ​ຕະພັນ​ຈາກທະ​ເລ​ຈີນ-ອາ​ຊຽນຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ປະມົງ​ທາງ​ທະ​ເລ​ແລະ​ການ​​ເຊື່ອມ​ຈອດ​ກັນ​ລະຫວ່າງ​ຈີນກັບ​ບັນດາ​ປະ​ເທດ​ອາ​ຊຽນ, ຊຸກ​ຍູ້​ໃຫ້​ເສດຖະກິດ​ການ​ປະມົງ​ທາງ​ທະ​ເລ​ຂອງ​ຈີນ​-​ອາ​ຊຽນມີ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ບັນລຸ​ການ​ຊົມ​ໃຊ້ຊັບພະຍາກອນທາງ​ທະ​ເລ​ຮ່ວມ​ກັນ ​ແລະ​ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ​ໃນ​ຂະນະ​ດຽວ​ກັນ ກໍຈະ​ສາມາດ​ເພີ່ມ​ທະວີ​ຖານະບົດບາດ​ຂອງ​ພາກ​ພື້ນຈີນ-ອາ​ຊຽນ​​ໃນ​ທົ່ວ​ໂລກທາງ​ດ້ານ​ເສດຖະກິດ​ການ​ປະມົງ​ທາງ​ທະ​ເລ​, ​ແລະ​ກໍ່​ຕົວ​ເປັນ​ອົງການ​ຮ່ວມ​ມື​ດ້ານ​ເສດຖະກິດ​ທາງ​ທະ​ເລ​ທີ່​ມີ​ກຳລັງ​ແຂ່ງຂັນສູງ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ