ການ​ບໍລິການ​​ເຮັດໜັງສືຜ່ານ​ແດນ​​​ຢູ່​ຕ່າງ​ຖິ່ນ​ສໍາລັບ​ການທ່ອງທ່ຽວ​ຢູ່​ເຂດ​ຊາຍ​ແດນ​ຈີນ-ຫວຽດນາມ​ໄດ້​​ຟື້ນ​ຟູສູ່ຄວາມ​​ເປັນປົກກະຕິ​ເທື່ອ​ລະ​ກ້າວ
2014-10-24 15:40:10  cri 

ວັນ​ທີ 23 ຕຸລາ​ນີີ້, ດ່ານ​ຕົ່ງ​ຊິ່ງຂອງ​ນະຄອນ​ຝັງ​ເສີງ​ກາງ ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ຂອງ​ຈີນ ​ໄດ້​ຟື້ນ​ຟູການ​ໃຫ້​ບໍລິການ​ເຮັດ​​ໜັງສືຜ່ານ​ແດນ​ສໍາລັບ "ທ່ຽວ​ມື້​ດຽວ"​ໃນ​ການ​ເດີນທາງ​ໄປ​ທ່ຽວ​ເມືອງ​ມອງ​ກາຍ​ຂອງ​ຫວຽດນາມ, ການ​ກະທໍາ​ນີ້​ໝາຍ​ຄວາມ​ວ່າ, ການ​ບໍລິການ​​ເຮັດໜັງສືຜ່ານ​ແດ​ນ​ຢູ່​ຕ່າງ​ຖິ່ນ​ສໍາລັບ​ການທ່ອງທ່ຽວ​ຢູ່​ເຂດ​ຊາຍ​ແດນ​ຈີນ-ຫວຽດນາມທີ່​ໄດ້​ຢຸດຕິ​ເປັນ​ການ​ຊົ່ວ​ຄາວ​ໃນ​ກາງ​ເດືອນພຶດສະພາ​ປີ​ນີ້​ນັ້ນ ​ໄດ້​​ຟື້ນ​ຟູຄວາມ​​ເປັນປົກກະຕິ​​ແລ້ວເທື່ອ​ລະ​ກ້າວ.

​ວັນ​ທີ 23 ຕຸລາ​ນີີ້, ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ນະຄອນ​ຕົ່ງ​ຊິ່ງ​ເປີດ​ເຜີຍ​​ໃຫ້​ຮູ້​ວ່າ, ນັກ​ທ່ອງທ່ຽວ​ທີ່​ຈອງຖ້ຽວການທ່ອງທ່ຽວ​ຢູ່​ບໍລິສັດ​ທ່ອງ​ທ່ຽວ​ທີ່​ມີ​ສິດ​ດໍາ​ເນີນ​ທຸລະ​ກິດ​ການທ່ອງທ່ຽວ​ຢູ່​ຊາຍ​​ແດນ​ນັ້ນ, ສາ​ມາດເຮັດໜັງສື​ເຂົ້າ​ອອກ​​ເມືອງ​ຂອງ​ສປຈີນ ຢູ່​ອົງການ​ຄຸ້ມ​ຄອງ​ການ​ເຂົ້າ​ອອກ​ເມືອງ​ຂອງອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ນະຄອນ​ຝັງ​ເສີງ​ກາງ​ ​ເພື່ອ​ເດີນທາງ​ໄປ​ທ່ຽວ​ຫວຽດນາມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ