ປະທານາທິບໍດີ​ອິນ​ໂດ​ເນ​ເຊຍຄົນໃໝ່ປະກາດ​ລາຍ​ຊື່​ຂອງລັດຖະບານຊຸດ​ໃໝ່​ໃນ​ມື້​ນີ້
2014-10-24 16:25:50  cri 
ໜັງສືພິມ The Jakarta Globe ສະບັບ​ວັນ​ທີ 23 ຕຸລາ​ນີ້​ລາຍ​ງານ​ວ່າ, ທ່ານ ໂຈ​ໂຄ​ວິ​ໂດ​ໂດ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ຄົນໃໝ່ຈະ ປະກາດ​ລາຍ​ຊື່​ຂອງ​ ​ລັດຖະບານ​ໃນພິທີ​ອະທິຖານ​ໃນວັນ​ສຸກ​ວັນ​ທີ 24 ຕຸລາ​ນີ້, ​ເຊິ່ງພິທີ​​ດຳລົງ​ຕຳ​ແໜງຂອງ​ລັດຖະບານ​​ຈະ​ຈັດຂຶ້ນ​ໃນວັນ​ທີ 27 ຕຸລາ​ນີ້.

ຕາມ​ແຜນການ​ເດີມ​ຂອງ​ທ່ານ ໂຈ​ໂຄ​, ທ່ານ​ຢາກປະກາດ​ລາຍ​ຊື່​ຂອງ​ລັດຖະບານຢູ່​​ເຂດພາກ​ເໜືອຂອງ​ນະຄອນຫຼວງ​ຈາ​ກາ​ຕາ​ໃນ​ວັນ​ທີ 22 ຕຸລາ​ນີ້​, ​ແຕ່​ຍ້ອນ​ວ່າ​ອົງການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໄດ້​ປະຕິ​ເສດ​ບຸກຄົນ​ຈຳນວນ​ໜຶ່ງ​ໃນ​ລາຍ​ຊື່​ດັ່ງກ່າວ. ສະ​ນັ້ນທ່ານ​ຈິ່ງ​ຕ້ອງ​ດັດ​ແກ້​ລາຍ​ຊື່​ແລະ​ເລື່ອນ​ເວລາ​ປະກາດ​ລາຍ​ຊື່. ​ລັດຖະບານຊຸດ​ນີ້​ຈະ​ມີປະມານ 33 ຫຼື 34 ຄົນ, ​​ເຊິ່ງທ່ານ​ເຄີຍ​ໄດ້​ກ່າວໃນກອງ​ປະຊຸມ​ຂ່າວ​ທີ່ຈັດ​ຢູ່​ທຳ ນຽບປະທານາທິບໍດີ​ໃນ​ຕອນ​ບ່າຍ​ຂອງວັນ​ທີ 22 ຕຸລາ​ນີ້​ວ່າ, ​ໃນ​ຈຳນວນ 43 ຄົນ​ທີ່​ທ່ານ​ສະ​ເໜີ​ນັ້ນ, ມີ 8 ຄົນ​ບໍ່​ໄດ້​ຖືກຍອມຮັບ​ຈາກ​ຄະນະ​ກຳມະການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ