​ເຈົ້າ​ໜ້າ​ທີ່​ອາເມ​ລິ​ກາຮຽກຮ້ອງ​ໃຫ້ຊຸກຍູ້​ການ​ເຈລະຈາ​ກ່ຽວ​ກັບບັນຫາ​ນິວ​ເຄລຍອີຣານ​ເພື່ອ​ບັນລຸ​ສັນຍາ​ຮອບດ້ານ​ໂດຍ​ໄວ
2014-10-24 16:32:34  cri 
ວັນ​ທີ 23 ຕຸລາ​ນີ້, ທ່ານ ​ເວນ​ດີ​ເຊີມານ ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາທີ່​ຮັບຜິດຊອບ​ວຽກ​ງານ​ດ້ານ​ການ​ເມືອງ​ໄດ້​ຮຽກຮ້ອງ​​ໃຫ້ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຊຸກຍູ້ຂະ​ບວນ​ການ​ເຈລະຈາ​ກ່ຽວ​ກັບບັນຫາ​ນິວ​ເຄລຍອີຣານ​​ໂດຍ​ໄວ​​ແລະ "ຖືກຕ້ອງ", ​ເພື່ອ​ທຳ​ຄວາມ​ພະຍາຍາມໃຫ້ບັນລຸ​ສັນຍາ​ຮອບດ້ານ​ກ່ອນ​ວັນ​ທີ 24 ຕຸລາ​ນີ້.​

ທ່ານ ​ເຊີມານ ​ໄດ້​ກ່າວ​ຄຳ​ປາ​ໄສ​ຢູ່​ສູນ​ຄົ້ນຄວ້າ​ຍຸດ​ທະ​ສາດ​ສະ​ມາ​ຄົມ​ຜູ້​ຊົງ​ຄຸນ​ວຸດ​ທິ​ແລະ​ບັນຫາ​ສາກົນ​ໃນ​ມື້​ດຽວ​ກັນ​ນີ້​ວ່າ, ຝ່າຍ​ຕ່າງໆ​ຄວນ​ມີ ທ່າ​ທີ​ທີ່ຮີບ​ດ່ວນ, ນຳ​ໃຊ້​ເວລາ​ທີ່ເຫຼືອຢ່າງ​ເຕັມ​ສ່ວນ​ເພື່ອບັນລຸ​ສັນຍາ. ຖ້າ​ຫາກ​ອີຣານມີ​ຄວາມ​ຫວັງ​ທີ່​ແທ້​ຈິງ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ແລະ​ຊຸກຍູ້​ປະຊາ​ຄົມ​​ໂລກ​ໃຫ້ຍົກ​ເລີກ​ການ​ລົງ​ໂທດ​ຕໍ່​ປະ​ເທດ​ຕົນ, ປະຈຸ​ບັນ​ນີ້​ກໍ​ແມ່ນ​ໂອກາດ​ທີ່​ດີ​ທີ່​ສຸດ​ແລ້ວ. ອາ​ເມ​ລິ​ກາ​ແລະ​ປະ​ເທດ​ພັນທະ​ມິດ​ຍິນ​ດີ​ນຳ​ໃຊ້​ໂອກາດ​ນີ້​ຜ່ອນຜັນ​ຄວາມ​ເປັນ​ຫ່ວງຂອງ​ຕົນ​ທີ່​ມີ​ຕໍ່​ແຜນນິວ​ເຄລຍອີຣານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ