21ປະ​ເທດຮ່ວມ​ກັນ​ເຊັນ​ສັນຍາ​ຢູ່​ປັກ​ກິ່ງ​ເພື່ອ​ຕົກລົງ​ສ້າ​ງຕັ້ງ​ທະນາຄານ​ການ​ລົງທຶນ​ດ້ານ​ພື້ນຖານ​ໂຄງ​ລ່າງ​ອາຊີ
2014-10-24 16:41:54  cri 
ຕອນ​ເຊົ້າ​ຂອງ​ວັນ​ທີ 24 ຕຸລາ​ນີ້, ບັນດາລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​​ແລະ​ຜູ້ຕາງໜ້າ​ທີ່​ໄດ້​ຮັບ​ການ​ມອບ​ສິດຂອງ​ປະ​ເທດ​ສະມາ​ຊິກ ທີ່​ສະ​ແດງ​ເຈດ​ຈຳນົງ​ໃນ​ການສ້າງ​ຕັ້ງ​ງວດທຳອິດລວມມີ​ຈີນ, ອິນ​ເດຍ, ສິນ​ກະ​ໂປ​ແລະ​ປະ​ເທ​ດອື່ນໆທັງ​ 21 ປະ​ເທດ​ໄດ້​ຮ່ວມ​ກັນເຊັນ​ສັນຍາ ຢູ່​ຫໍ​ສະພາ​ປະຊາຊົນ​ທີ່​ນະຄອນຫຼວງ​ປັກ​ກິ່ງຂອງ​ຈີນ. 21 ປະ​ເທດ​ດັ່ງກ່າວ​ໄດ້​ຮ່ວມ​ກັນ​ຕົກລົງ​ສ້າ​ງຕັ້ງ​ທະນາຄານ​ການ​ລົງທຶນ​ດ້ານ​ພື້ນຖານ​ໂຄງ​ລ່າງ​ອາ ຊີ, ​ເຊິ່ງ​ເປັນ​ນິມິດ​ໝາຍ​ໃຫ້​​ເຫັນ​ວ່າ​ວຽກ​ງານ​ການ​ຫ້າງ​ຫາກະກຽມການກໍ່​ຕັ້ງຂອງ​ອົງການ​ພັດທະນາ​​ແບບຫຼາຍ​ຝ່າຍໃນ​ພາກ​ພື້ນ​ອາຊີ​ທີ່​ລິ​ເລີ່​ມກໍ່​ຕັ້ງໂດຍ​ຈີນ​ເຊິ່ງອົງການ​ນີ້ຈະ​ກ້າວເຂົ້າ​ໄປ​ສູ່​ໄລຍະ​ໃໝ່.​

ທະນາຄານ​ການ​ລົງທຶນ​ດ້ານ​ພື້ນຖານ​ໂຄງ​ລ່າງ​ອາຊີຈະ​ເປັນອົງການ​ພັດທະນາ​​ແບບຫຼາຍ​ຝ່າຍ​​ໃນພາກ​ພື້ນ​ອາຊີ​ທີ່​ມີ​ລັກສະນະ​ລະຫວ່າງ​ລັດ ຖະບານ, ​ເຊິ່ງຈະ​ດຳ​ເນີນ​ໂດຍ​ອີງ​ຕາມ​ຮູ​ບ​ແບບ​ແລະ​ຫຼັກ​ໝັ້ນ​ຂອງທະນາຄານພັດທະນາ​​ແບບຫຼາຍ​ຝ່າຍ, ມີ​ຈຸດ​ສຸມ​ໃນ​ການ​ໃຫ້ການ​ສະໜັບ ສະໜູນ​​ດ້ານການ​ກໍ່ສ້າງພື້ນຖານ​ໂຄງ​ລ່າງ. ທະນາຄານ​ການ​ລົງທຶນ​ດ້ານ​ພື້ນຖານ​ໂຄງ​ລ່າງ​ອາຊີຈະ​ມີ​ສຳນັກງານ​ໃຫຍ່​ຕັ້ງ​ຢູ່​ນະຄອນຫຼວງ​ປັກ​ກິ່ງ. ອີງ​ຕາມ​ບົດ​ບັນທຶກ​ການ​ຫ້າງ​ຫາກະກຽມ​ສ້າງຕັ້ງທະນາຄານ​ການ​ລົງທຶນ​ດ້ານ​ພື້ນຖານ​ໂຄງ​ລ່າງ​ອາຊີ, ທຶນ​ທີ່​ຜ່ານ​ການ​ກວດກາ​ຂອງ​ທະນາຄານ​ດັ່ງກ່າວ​​ແມ່ນ 100 ຕື້​ໂດ​ລາ​, ​ເປົ້າ​ໝາຍທີ່​ຢືນຢັນ​ການລົງທຶນ​​ໃນເບື້ອງຕົ້ນ​ແມ່ນ​ປະມານ 50 ຕື້​ໂດ​ລາ, ​ແລະການລົງທຶນຕົວ​ຈິງ​ມີ 10 ຕື້​ໂດ​ລາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ