ອົງການ​ຈັດ​ຕັ້ງ​ຕ່າງປະ​ເທດ​ເຂົ້າຮ່ວມການວາງ​ແຜນຂະ​ບວນການ "ຍຶດຄອງ​ເຂດ​ຈົງ​ຮວນ"
2014-10-25 14:59:21  cri 

ການ​ໂຮມ​ຊຸມນຸມ​ແບບ​ຜິດ​ກົດໝາຍ​ຂອງຂະ​ບວນການ "ຍຶດຄອງ​ເຂດ​ຈົງ​ຮວນ"​ໄດ້​ດໍາ​ເນີນ​ມາ​ຫຼາຍ​ກວ່າ 3 ອາທິດ​ແລ້ວ. ບໍລິສັດ​ BBC ຂອງ​ອັງກິດລາຍ​ງານ​ໃນ​ວັນ​ທີ 24 ຕຸລາ​ນີ້​ວ່າ, ພວກ​ເຄື່ອນ​ໄຫວ​ທາງ​ສັງຄົມ​ທີ່​ມາ​ຈາກ​ທົ່ວ​ໂລກ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ນະຄອນຫຼວງ​ອົ​ສ​ໂລ​ຂອງ​ນັອກ​ແວ​ ​ເພື່ອສະ​ເໜີຄວາມ​ເຫັນ​ໃຫ້​ແກ່ຂະ​ບວນການ "ຍຶດຄອງ​ເຂດ​ຈົງ​ຮວນ"​ແລະໂຄສະນາ​ຊວນ​ເຊື່ອ​ໃຫ້​ໝື່ນ​ຄົນຍຶດຄອງ​ຖະໜົນ​ຢູ່​ເຂດ​ໃຈກາງ​ຂອງ​ຮົງ​ກົງ, ​ໃນ​ນັ້ນ​ມີ​ຜູ້​ປະ​ທ້ວງ​ໃນຂະ​ບວນການ "ຍຶດຄອງ​ເຂດ​ຈົງ​ຮວນ"ຫຼາຍ​ກວ່າ 1000 ຄົນ​ເຄີຍ​​ໄດ້​ຮັບ​ການ​ຝຶກຊ້ອ​ມລັບ ​ເພື່ອ​ຮຽນ​ວິທີ​ຕໍ່ຕ້ານ​ປະ​ເພດ​ຕ່າງໆ.

ບົດ​ລາຍ​ງານ​ຍັງ​ໄດ້​ຊີ້​ອອກ​ວ່າ, ​ໃນຂະ​ບວນການ "ຍຶດຄອງ​ເຂດ​ຈົງ​ຮວນ"ຢູ່​ຮົງ​ກົງ, ມີ​ຜູ້​ປະ​ທ້ວງ​ຢ່າງ​ໜ້ອຍ 1000 ຄົນ ​ເຄີຍ​ໄດ້​ຮັບ​ການ​ຝຶກຊ້ອ​ມ​ພິ​ເສດ​ຈາກ​ກຸ່ມຄົນ​ສິດທິ​ມະນຸດ​ຂອງ​ປະ​ຕ່າງໆ ​ເພື່​ອຮຽນ​ການ​ກະທໍາ​ໃນ​ການ​ປະ​ທ້ວງ ​ໂດຍ​ມີ​ເຈດ​ຕະນາ​ໃຫ້​ຂະ​ບວນການ "ຍຶດຄອງ​ເຂດ​ຈົງ​ຮວນ"ສ້າງຜົນ​ກະທົບ​ຫຼາຍທີ່​ສຸດ.

​ໃນ​ເວລາ​ໃຫ້​ສໍາພາດ​ຕໍ່ BBC, ທ້າວ​ຢາງ​ຈ້ຽນລີ້ທີ່​ອາ​​ໄສ​ຢູ່​ອາ​ເມລິ​ກາ​ໄດ້​ໃຫ້​ຮູ​ວ່າ, ລາວ​ໄດ້​ໃຫ້ຂໍ້​ສະ​​ເໜີ​ແກ່​ພວກ​ປະ​ທ້ວງ​ຢູ້ຮົງ​ກົງ​​​ເກື​ອບທຸກຊົ່ວ​ໂມງ ​ແລະ​ໄດ້​ກາຍ​ເປັນ​ທີ່​ປຶກສາ​ຂ​ອງພວກ​ປະ​ທ້ວງ​ໃນຂະ​ບວນການ "ຍຶດຄອງ​ເຂດ​ຈົງ​ຮວນ".

ບົດ​ລາຍ​ງານ​ຍັງ​ໄດ້​ຊີ້​ອອກ​ວ່າ, ສ່ວນ"ສະ​ຖາ​ບັນ​ຄົ້ນຄວ້າ Albert Einstein"ທີ່​ເປັນ​ອົງການ​ຈັດ​ຕັ້ງ​ສິດທິ​ມະນຸດຂອງ​ອາ​ເມ​ລິ​ກາ​ໄດ້​ຊີ້​ນໍາ​ພວກ​ປະ​ທ້ວງ​ໃນດ້ານ​ການ​ສົນທະນາ​ກັບ​ເຈົ້າ​ໜ້າ​ທີ່​ຕໍາຫຼວດ​, ການ​ຄຸ້ມ​ຄອງ​ການ​​ເຄື່ອນ​ໄຫວ, ການ​ກະທໍາ​ໃນ​ຍາມ​ຖືກ​ກັກ​ຕົວ ຈົນ​ຮອດ​ວຽກ​ງານ​ຕົວ​ຈິງ​ຕ່າງໆ ​ເຊັ່ນ​ການຈັດ​ສັນ​ນໍ້າ ​ແລະ​ເຄື່ອງ​ກິນ​ອາຫານ ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ