ທ່ານ​ສີ​ຈີ້​ນພິງ​ກ່າວ​ວ່າ, ລັດຖະບານ​ຈີນ​ຈະ​​ໃຫ້​ການ​ຊ່ອຍ​ເຫຼືອ​ຮອບ​ທີ 4 ​ໃຫ້​ປະ​ເທດ​ອາ​ຟຼິກາ​ຕາ​ເວັນ​ຕົກ​ເພື່ອ​ຕ້ານ​ພະຍາດ​ອີ​ໂບລາ
2014-10-25 14:56:17  cri 

ຕາມ​ຂ່າວ cri: ວັນ​ທີ24 ຕຸລາ​ນີ້, ​ໃນ​ເວລາ​ພົບ​ປະ​ທ່ານ​ຈາ​ຄາ​ຢາ ມຣິສ​ເວດ ປະທານາທິບໍດີ​ຕັງ​ຊາ​ນີຢູ່​ປັກ​ກິ່ງ, ທ່ານ​ສີ​ຈີ້​ນພິງ ປະທານ​ປະ​ເທດຈີນກ່າວ​ວ່າ, ລັດຖະບານ​ຈີນ​ຈະ​​ໃຫ້ກາ​ນຊ່ອຍ​ເຫຼືອ​ຮອບ​ທີ 4 ​ໃຫ້​ປະ​ເທດ​ອາ​ຟຼິກາ​ຕາ​ເວັນ​ຕົກ​ເພື່ອ​ຕ້ານ​ພະ​ຍາດ​ອີ​ໂບລາ.

ທ່ານ​ສີ​ຈີ້​ນພິງ​ຊີ້​ອອກ​ວ່າ, ພະຍາດ​ອີ​ໂບລາ​ຂອງ​ເຂດ​ອາ​ຟຼິກາ​ຕາ​ເວັນ​ຕົກ​ສືບ​ຕໍ່​ແຜ່​ລະບາຍ, ລັດຖະບານ​​ແລະ​ປະຊາຊົນ​ຈີນ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ສະພາບ​ການ​ທີ່ປະ​ເທດ​ແລະ​ປະຊາຊົນ​ຂອງ​ເຂດ​ປະສົບ​ພະຍາດ. ​ໂດຍພິຈາລະນາ​​ເຖິງ​ສະພາບ​ພະຍາດ​ອີ​ໂບລາ​ແລະຄວາມ​ຕ້ອງການ​ຂອງ​ປະ​ເທດ​ເຂດ​ເກີດ​ພະຍາດ​ໃນ​ປັດ​ຈຸ​ລັນ, ລັດຖະບານ​ຈີນ​ຕົກລົງເລີ່​ມການ​ຊ່ອຍ​ເຫຼືອດ່ວນ​ຮອບ​ທີ 4, ຈະ​ສະໜອງ​ວັດຖຸ​ຕ້ອງການ​ດ່ວນ​ແລະ​ການ​ຊ່ອຍ​ເຫຼືອ​ເງິນສົດທີ່​ມີ​ມູນຄ່າ 500 ລ້ານ​ຢວນ​ໃຫ້ 3 ປະ​ເທດ​ຄື​ລີ​ເບຣີ, ​ເຊຣາຣີ​ໂອນ​ແລະ​ກີ​ເນ​ແລະ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່ກ່ຽວຂ້ອງ, ສົ່ງຜູ່​ຊ່ຽວຊານ​ຕ້ານ​ພະຍາດ​ແລະ​ພະນັກງານ​ພະຍາບານ​ຈີນ​ໄປ​ເຂດ​ເກີດ​ພະຍາດ​ຫຼາຍ​ກວ່າ​ເກົ່າ, ​ແລະ​ຊ່ອຍ​ລີ​ເບຣີສ້າງ​ສູນ​ການ​ປິ່ນປົວ​ແຫ່ງ​ໜຶ່ງ. ຝ່າຍ​ຈີນ​ຍັງ​ຍິນ​ດີ​ຕັ້ງໜ້າ​ດຳ​ເນີນ​ການ​ຮ່ວມ​ມື​ກັບ​ປະຊາ​ຄົມ​ໂລກ, ຊ່ອຍ​ເຫຼືອ​ປະ​ເທດ​ເຂດ​ເກີດພະຍາດ​ເອົາ​ຊະນະ​ພະຍາດ​ອີ​ໂບລາ​ໂດຍ​ໄວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ