ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ເຫດການ​ຫຼອນ​ໂຈມຕີ​ທີ່​ເກີ​ດຂຶ້ນ​ຢູ່​ເກາະ​ຊີ​ນາຍ​ເໜືອ​ເອຢິບ​ໄດ້​ເພີ່ມ​ຂຶ້ນ​ຮອດ 30 ຄົນ
2014-10-25 15:49:01  cri 
ວັນ​ທີ 24 ຕຸລາ​ນີ້, ​ເຈົ້າ​ໜ້າ​ທີ່​ພາກສ່ວນ​ຄວາມ​ໝັ້ນຄົງ​ເອຢິບ​ກ່າວ​ວ່າ, ​ຈຳນວນ​ທະຫານ​ທີ່​ເສຍ​ຊີວິດ​ໃນເຫດການ​ຫຼອນ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ລົດຍົນ​ທີ່​ເກີດ​ຂຶ້ນ​ຢູ່​ແຂວງ​ຊີ​ນາຍ​ເໜືອ​ໄດ້​ເພີ່ມ​ຂຶ້ນ​ຮອດ 30 ຄົນ, ​ແລະ​ຍັງ​ມີ 28 ຄົນ​ໄດ້​ຮັບ​ບາດ​ເຈັບ.

ຕອນ​ບ່າຍ​ວັນ​ທີ 24 ຕຸລາ​ນີ້, ດ່ານ​ກວດກາ​ທະຫານ​ແຫ່ງ​ໜຶ່ງ​ທີ່​ຕັ້ງ​ຢູ່​ນະຄອນ​ເຊ​ເຮີ ຈູ​ເວ​ຢິດ​ແຂວງ​ຊີ​ນາຍ​ເໜືອ​ຂອງ​ເອຢິບ​ໄດ້​ເກີດ​ເຫດການ​ຫຼອນ​ໂຈມ​ຕີ​ດ້ວຍ​ລະ​ເບີ​ດລົດຍົນ​ແບບ​ສະຫຼະ​ຊີບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ