ທະນາຄານ​ພັດທະນາ​ອາຊີ​ກ່າວ​ວ່າ​ຈະ​ຮ່ວມ​ມື​ກັບ​ທະນາຄານ​ລົງທຶນດ້ານ​ພື້ນຖານ​ໂຄງ​ລ່າງ​ອາຊີ​ "ຢ່າງ​ເໝາະ​ສົມ"
2014-10-25 15:51:04  cri 
ວັນ​ທີ 24 ຕຸລາ​ນີ້, ທ່ານ​ຕາ​ເກ​ຮິ​ໂກ ນາ​ໂກ​ໂອ ຜູ້​ວ່າການ​ທະນາຄານ​ພັດທະນາ​ອາຊີ ຫຼື ADP ອອກ​ຖະ​ແຫຼ​ງການ​ໂດຍ​ກ່າວ​ວ່າ, ຖ້າ​ທະນາຄານ​ລົງທຶນດ້ານ​ພື້ນຖານ​ໂຄງ​ລ່າງ​ອາຊີ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ, ທະນາຄານ​ພັດທະນາ​ອາຊີ​ຈະ​ພິຈາລະນາ​ຮ່ວມ​ມື​ກັບ​ທະນາຄານ​ລົງທຶນ​ດ້ານ​ພື້ນຖານ​ໂຄງ​ລ່າງ​ອາຊີ "ຢ່າງ​ເໝາະ​ສົມ".

ວັນ​ທີ 24 ຕຸລາ​ນີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງ, ລັດຖະມົນຕີ​ການ​ເງິນ ຫຼື​ຜູ້ຕາງໜ້າ​ຂອງ 21 ປະ​ເທດ​ທີ່​ມີ​ເຈດ​ຈຳນົງ​ສ້າງ​ຕັ້ງ​ທະນາຄານ​ລົງທຶນ​ດ້ານ​ພື້ນຖານ​ໂຄງ​ລ່າງ​ອາຊີ​ໄດ້​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ທະນາຄານລົງ​ທຶນ​ດ້ານ​ພື້ນຖານ​ໂຄງ​ລ່າງ​ອາຊີ. ​ເດືອນ​ຕຸລາ​ປີ 2013, ​ໃນ​ເວລາ​ໄປ​ຢ້ຽມຢາມ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ທ່ານ​ສີ​ຈິິ້ນຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສະ​ເໜີ​ໃຫ້​ສ້າງ​ຕັ້ງ​ທະນາຄານ​ລົງທຶນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ອາຊີ, ​ໄດ້​ຮັບ​ຄຳ​ຕອບ​ແລະ​ການ​ສະໜັບສະໜູນ​ຢ່າງ​ກວ້າງຂວາງ. ທະນາຄານ​ລົງທຶນ​ດ້ານ​ພື້ນຖານ​ໂຄງ​ລ່າງ​ອາຊີ​ຈະ​​ເປັນ​ອົງການ​ຈັດ​ຕັ້ງ​ພັດທະນາ​ຫຼາຍ​ຝ່າຍ​ລະຫວ່າງ​ລັດຖະບານ​ໃນ​ພາກ​ພື້ນ​ອາຊີ, ​ເນັ້ນ​ໃສ່​ການ​ສະໜັບສະໜູນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ຊຸກຍູ້​ການ​ຮ່ວມ​ມືພາກ​ພື້ນ ​ແລະ​ການ​ພົວພັນ​ໝູ່ຄູ່​. ສຳນັກງານ​ໃຫຍ່​ຂອງທະນາຄານ​ລົງທຶນ​ດ້ານ​ພື້ານຖານ​ໂຄງ​ລ່າງຈະ​ຕັ້ງ​ຢູ່​ນະຄອນຫຼວງ​ປັກ​ກິ່ງ, ຕາມ​ແຜນການ ຈະ​ເລີ່​ມບໍລິການ​ກ່ອນ​ທ້າຍ​ປີ 2015.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ