ທ່ານ​ສີ​ຈິ້ນ​ຜີ​ງພົບ​ປະ​ກັບ​ຜູ້​ແທນ​ຄະນະ​ມົນຕີ​ເວທີ​ປຶກສາ​ຫາລື​ອາຊີ-​​ໂປ​ອາວ
2014-10-30 18:13:01  cri 

ວັນ​ທີ 29 ຕຸລາ​ນີ້​ຢູ່​ຫໍ​ສະພາ​ປະຊາຊົນ, ທ່ານ​ສີ​ຈິ້ນ​ຜີ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ຜູ້​ແທນຄະນະ​ມົນຕີ​ຂອງ​ເວທີ​ປຶກສາ​ຫາລື​ອາຊີ-​ໂປ​ອາວ.

ທ່ານ​ສີ​ຈິ້ນ​ຜີ​ງຊີ້​ອອກ​ວ່າ, ​ເວທີ​ປຶກສາ​ຫາລື​ອາຊີ-​ໂປ​ອາວ​ໄດ້​ເສີມ​ຂະຫຍາຍ​ບົດ​ບາດ​ສຳຄັນ​ແລະ​ພິ​ເສດ​ໃນ​ດ້ານ​ການ​​ເຕົ້າ​ໂຮມ​ຄວາມ​ຮັບ​ຮູ້​ຄື​ກັນ​ຂອງ​ອາຊີ, ຊຸກຍູ້​ການ​ພັດທະນາ​ຂອງ​ອາຊີ​ແລະ​ຍົກ​ສູງ​ອິດ​ທິພົນ​ຂອງ​ອາຊີ. ລັດຖະບານ​ຈີນ​​ເອົາ​​ໃຈ​ໃສ່​ໃນ​ລະດັບ​ສູງ​ແລະ​ຈະ​ສືບ​ຕໍ່​ສະໜັບສະໜູນ​ການ​ພັດທະນາ​ຂອງ​​ເວທີ​ປຶກສາ​ຫາລື​ອາຊີ-​ໂປ​ອາວ.

ຜູ້​ແທນ​ຄະນະ​ມົນຕີ​​ເວທີ​ປຶກ​ສາ​ຫາລືອາຊີ​ໂປ​ອາວ​ກ່າວ​ວ່າ​, ຂອບ​ໃຈ​ນຳ​ການ​ສະໜັບສະໜູນ​ຂອງ​ລັດຖະ ບານ​ຈີນ, ຍິນ​ດີ​ສືບ​ຕໍ່​ປະກອບ​ຄຳ​ເຫັນ​ໃຫ້​ແກ່​ການ​ປະຕິ​ຮູບ​ເປີດ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ແລະ​ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ອາຊີ, ​ເສີມ​ຂະຫຍາ​ຍບົດບາດ​ຫຼາຍ​ກວ່າ​ເກົ່າ​ເພື່ອ​ຊຸກຍູ້​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ເຊື່ອມ​ໂຍງ​ເຂົ້າກັນ​ລະ​ຫວ່າງ​ຈີນ​ກັບ​ອາຊີ​ກໍ​ຄື​ຂອງ​ໂລກ.

ທ່ານ​ຢາ​ຊຸ​ໂອ ຟູ​ຄູ​ດາ, ປະທານ​ຄະນະ​ມົນຕີ​ເວທີ​ປຶ​ກສາ​ຫາລື​ອາຊີ​-​ໂປ​ອາວ​ໄດ້​ຕາງໜ້າ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​​ເຊື້ອ​ເຊີນ​ທ່ານ​ສີ​ຈິ້ນ​ຜີ​ງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ໃນ​ປີໜ້າ, ທ່ານ​ສີ​ຈິ້ນ​ຜີ​ງ​ໄດ້​ຕອບຮັບ​ການ​​ເຊື້ອ​ເຊີນ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ