ຄະນະ​ຜູ້​ແທນ​ສະມາຄົມ​ວັດທະນະທຳ​ເສດຖະກິດຈີນ-​ໄທ​ເດີນທາງ​ມາ​ຢ້ຽມຢາມ​ຈີນ
2014-10-31 16:23:38  cri 

ວັນ​ທີ 30 ຕຸລາ​ນີ້​ຢູ່​ທີ່​ນະຄອນຫຼວງປັກ​ກິ່ງ, ທ່ານນາງ​ສິວ​ຢວນຜິ​ງ, ຫົວໜ້າ​ຫ້ອງການ​ວຽກ​ງານ​ຊາວ​​ຈີນ​ຕ່າງ​ດ້າວ​ຂອງ​ລັດຖະບານ​ຈີນ​​ໄດ້​ພົບ​ປະ​ທ່ານ​ໂພຄິນ ພົນ​ລະ​ກຸນ, ປະທານ​ສະມາຄົມ​ວັດທະນະທຳ​ເສດຖະກິດຈີນ​-ໄທ​ພ້ອມ​ດ້ວຍ​ຄະນະ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບທິດ​ທາງ​ຂອງ​ການຮ່ວມ​ມື​​ໃນ​ການ​ພັດທະນາ​ການ​ສຶກສາ​ດ້ານ​ພາສາຈີນ​ຢູ່​ຕ່າງປະ​ເທດ.

​ໂອກາດ​ນີ້, ທ່ານນາງ​ສິວຢວນຜິ​ງ ​ໄດ້ຊີ້​ອອກ​ວ່າ, ​ໃນຫຼາຍປີຜ່ານມາ​ນີ້, ສະມາຄົມ​ວັດທະນະທຳ​ເສດຖະກິດ​ຈີນ-​ໄທ ໄດ້​ປະກອບສ່ວນ​ອັນ​ພົ້ນ​ເດັ່ນ​ເຂົ້າ​ໃນວຽກ​ງານການ​ສຶກສາ​ດ້ານ​ພາສາຈີນ​ຂອງ​ໄທ ກໍ​ຄື​ທົ່ວ​ພາກ​ພື້ນ​ອາ​ຊຽນ, ​ເຊິ່ງນາງສິວ​ຢວນຜິ​ງກໍ​ໄດ້ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍຕໍ່​ເລື່ອງ​ນີ້. ນັບ​ແຕ່​ປີ 2005 ​ເປັນຕົ້ນ​ມາ, ພາຍ​ໃຕ້​ການ​ສະໜັບສະ​ໜູນ​ຢ່າງ​ແຂງ​ແຮງ​ຈາກ​ສະມາຄົມ​ວັດທະນະທຳ​ເສດຖະກິດຈີນ-​ໄທ, ຫ້ອງການ​ວຽກ​ງານ​ຊາວຈີນ​ຕ່າງ​ດ້າວ​ຂອງ​ລັດຖະບານ​ຈີນ ​ແລະ ສະມາຄົມ​ແລກປ່ຽນ​ກັບ​ຕ່າງປະ​ເທດຈີນ ​ໄດ້​ເລີ່​ມ​ດຳ​ເນີນ​ໂຄງການ "ຊຸດ​ອົບຮົມ​ພາສາ​ຈີນສຳລັບ​ນາຍ​ທະຫານ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໄທ". ​ໃນ 10 ປີຜ່ານມາ​ນີ້, ພາຍ​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​ກັນ​ຂອງ​ສອງ​ຝ່າຍ, ​ໂຄງການ​ນີ້​ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ຍົກ​ລະດັບ​ໃຫ້ສູງ​ຂຶ້ນ​ເປັນກ້າວໆ​ເທົ່ານັ້ນ, ຂະໜາດຂອງໂຄງການກໍໄດ້ຂະຫຍາຍກວ້າງອອກ ຄື ຈາກຊຸດອົບຮົມທຳອິດທີ່ມີສຳ​ມະນາກ​ອນຈຳນວນ 17 ຄົນ​ເພີ່ມ​ຂຶ້ນ​ເປັນຮ້ອຍ​ກວ່າຄົນ​ຕໍ່​ປີ. ມາຮອດ​ປັດຈຸບັນ, ຊຸດ​ອົບຮົມ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນຢ່າງ​ໄດ້​ຮັບ​ຜົນສຳ​ເລັດ 9 ຊຸດ​ແລ້ວ, ນັບ​ລວມ​ແລ້ວ​ໄດ້​ອົບຮົມ​ສ້າງ​ບຸກຄະລາ​ກອນ​ດ້ານ​ພາສາ​ຈີນ​ລະດັບ​ສູງຈຳນວນ 482 ຄົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ