ເອກ​ອັກຄະ​ລັດ​ຖະທູດ​ຂອງ​ປະ​ເທດ​ອາ​ຊຽນປະຈຳ​ຈີນວິພາກ​ວິຈານ​ກັນ​ຢ່າງ​ຫຼວງ​ຫຼາຍກ່ຽວ​ກັບ​ຈີນ​ຈະ​ຊຸກຍູ້​ນະ​ໂຍບາຍປົກຄອງ​ປະ​ເທດ​ດ້ວຍ​ກົດໝາຍ​ຢ່າງຮອບດ້ານ
2014-10-31 17:59:12  cri 


​ເພື່ອ​ຕັ້ງໜ້າຕອບ​ສະໜອງ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ປະຊາ​ຄົມ​ໂລກ​ຕໍ່​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ຄັ້ງ​ທີ 4 ສະ​ໄໝ​ທີ 18, ຄະນະພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວສ​ະ​ເພາະ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ​ໃນ​ວັນ​ທີ 30 ຕຸລາ​ນີ້, ​ເພື່ອ​​ເຜີຍ​ແຜ່​ຈິດ​ໃຈ​ຂອງ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນຄັ້ງ​ທີ 4 ສະ​ໄໝ​ທີ 18 ​ໃຫ້​ທູຕານຸທູດ​ຕ່າງປະ​ເທດ​ປະຈຳ​ຢູ່​ຈີນ​ໄດ້​ຮັບ​ຮູ້. ​ເຈົ້າ​ໜ້າ​ທີ່​ທາງ​ການ​ທູດ​ລະດັບ​ສູງ 180 ກວ່າ​ທ່ານຂອງ 120 ກວ່າ​ປະ​ເທດ​ຊຶ່ງ​ລວມທັງ​ເອກ​ອັກຄະ​ລັດຖະທູດ​ຕ່າງປະ​ເທດ​ປະຈຳ​ຈີນ​ເກືອບ 60 ທ່ານ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂ່າວ​ໃນ​ຄັ້ງ​ນີ້.


ທ່ານ​ຫງວຽນ​ວານ​ໂທ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ຈີນ​ເຫັນ​ວ່າ, ການ​ປົກຄອງ​ປະ​ເທດ​ດ້ວຍກົດໝາຍ​ມີ​ຄວາມ​ໝາຍ​ທີ່​ຍິ່ງໃຫຍ່​ຕໍ່​ການ​ພັດທະນາ​ຂອງ​ຈີນ, ປະຈຸ​ບັນ, ຫວຽດນາມ​ກໍ່​ຢູ່​ໃນ​ຂະ​ບວນການຄົ້ນຄວ້າ​ແລະ​ສະ​ແຫວ​ງຫາ​ວິທີການ​ປະຕິບັດ​ນະ​ໂຍບາຍ​ປົກຄອງ​ປະ​ເທດ​ດ້ວຍ​ກົດໝາຍ, ຫວຽດນາ​ມຍິນ​ດີ​ເພີ່ມ​ທະວີ​ການ​ສົນທະນາ​ກັບ​ຈີນ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ.

ບັນຫາ​ກ່ຽວ​ກັບ​ການ​ຫັນການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຂອງ​ຈີນ​ໄດ້​ກາຍ​ເປັນ​ຫົວ​ຂໍ້​ທີ່​ທູຕານຸທູດຕ່າງປະ​ເທດ​ປະຈຳ​ຈີນວິພາກ​ວິຈານ​ກັນ​ຢ່າງ​ຫຼວງ​ຫຼາຍ. ທ່ານ​ສົມ​ດີ ບຸນ​ຄຸ້ມ, ​ເອກ​ອັກຄະ​ລັດຖະທູດ​ລາວ​ປະຈຳ​ຈີນ​ກ່າວ​ວ່າ, ການ​ປົກຄອງ​ປະ​ເທດດ້ວຍ​ກົດໝາຍ​ແມ່ນ​ຈຸດ​ສຳຄັນຈຸດໜຶ່ງ​ໃນ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ເຖິງ​ກົກ​ເຖິງ​ຮາກ, ການ​ກະທຳ​ທີ່​ແຊກ​ແຊງ​ວຽກງານ​ຍຸດຕິ​ທຳຂອງ​ເຈົ້າ​ໜ້າ​ທີ່​ລັດຖະບານຄວນ​ຢຸດຕິ​ໃນຕໍ່​ໜ້າ. ນະ​ໂຍບາຍ​ກ່ຽວ​ກັບ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ທີ່​ຈີນ​ປະຕິບັດ​ໃນ​​ໄລຍະ​ປະຈຸ​ບັນ​ແມ່ນ​ໂອກາດ​ທີ່​ດີສຳລັບຈີນ​ໃນ​ການ​ກ້າວ​ໄປ​ສູ່​ສັງຄົມ​​ແຫ່ງກົດໝາຍ​, ຈີນ​ຄວນ​ເດີນ​ຕາມ​ເສັ້ນທາງ​ທີ່​​ປົກຄອງ​ປະ​ເທດ​ດ້ວຍ​ກົດໝາຍ​ຕໍ່​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ