ທ່ານ​ຫວາງຢີ້ກ່າວ​ວ່າ: ຫວັງ​ວ່າ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງຈະ​ໃຊ້​ມາດ​ຕະການ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ໃຈ​ກັນ​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ຂະ​ບວນການ​ອິສຕານ​ບູນ​ໂດຍ​ໄວ
2014-10-31 19:06:28  cri 
ວັນ​ທີ 31 ຕຸລາ​ນີ້, ທ່ານ​ຫວາງ​ຢີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປ​ະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ຂະ​ບວນການ​ອິສຕານ​ບູນກ່ຽວ​ກັບ​ບັນຫາ​ອັຟກາ​ນີສະຖານທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ, ຢູ່​ທີ່​ປະຊຸມ, ທ່ານ​ຫວາງ​ຢີ້ກ່າວ​ເນັ້ນ​ວ່າ, ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຄວນ​ຮ່ວມ​ມື​ກັນໃນ​ການ​ໃຊ້ມາດ​ຕະການ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ກັນ​ໃນ​ຂົງ​ເຂດ​ຕ່າງໆຂອງ​ຂະ​ບວນການ​ອິສຕານ​ບູນ​ໂດຍ​ໄວ, ​ເພື່ອ​ຊ່ວຍ​ອັຟກາ​ນີສະຖານ​ເພີ່ມ​ທະວີ​ການ​ສ້າງ​ຄວາມ​ສາມາດ​ຂອງ​ຕົນ.

ທ່ານ​ຫວາງ​ຢີ້ກ່າວ​ວ່າ, ​ໃນ​ຂະ​ບວນການ​ຂ້າມ​ຜ່ານ​ຂອງ​ອັຟກາ​ນີສະຖານ, ມີວຽກ​ງານ​ໃນ​ສອງ​ດ້ານ​ມີ​ຄວາມ​ສຳຄັນ​​ທີ່​ສຸດ​ຄື: ໜຶ່ງ​ ເລັ່ງລັດ​ບັນລຸ​ຄວາມ​ປອງ​ດອງ​ກັນ​ທາງ​ການ​ເມືອງ. ສອງ ​ເພີ່ມ​ທະວີ​ກາ​ນສ້າງ​ຄວາມ​ສາມາດ​ຂອງ​ຕົນ. ທ່ານ​ຫວາງ​ຢີ້​ກ່າວຕື່ມ​ວ່າ, ຜູ້ນຳ​ຂອງ​ຈີນ​ໄດ້​ປະກາດ​ແຜນການຕ່າງໆກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ​ແລະ​ອົບຮົມ​ແກ່ອັຟກາ​ນີສະຖານ​ແລ້ວ. ຈີນ​ຈະ​ຈັດ​ຕັ້ງ​ປະຕິບັດ​ແຜນການ​ເຫຼົ່າ​ນີ້​ຢ່າງ​ແທ້​ຈິງ, ​ແລະຈະ​ສືບ​ຕໍ່​ຮ່ວມ​ກັບ​ອັຟກາ​ນີສະຖານ​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດອື່ນໆ​ທີ່​ກ່ຽວ​ພັນ​ເຖິງ​ເສດຖະກິດ​ແຫ່​ງຊາດ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຂອງ​ອັຟກາ​ນີສະຖານ, ​ເພື່ອຊ່ວຍ​ເຫຼືອ​ອັຟກາ​ນີສະຖານ​ສ້າງ​ຄວາມ​ສາມາດ​ຂອງ​ຕົນ, ​ເຊິ່ງ​ເປັນ​ປະ​ໂຫຍ​ດຕໍ່​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ອັຟກາ​ນີສະຖານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ