​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ: ຈີນ​ແລະອິນ​ເດຍຄວນ​ພະຍາຍາມ​ຮ່ວມ​ກັນ​ເພື່ອ​ຮັກສາ​ສັນຕິພາບ​ແລະ​ຄວາມ​ສະຫງົບ​ຢູ່​ເຂ​ດຊາຍ​ແດ​ນ
2014-10-31 15:18:16  cri 

ວັນ​ທີ 30 ຕຸລາ​ນີ້, ​ໃນ​ເວລາ​ກ່າວ​ເຖິງ​ສະຖານະ​ການ​ຂອງ​ເຂດ​ຊາຍ​ແດນ​ຈີນ-ອິນ​ເດຍໃນ​ຫວ່າງ​ມໍ່ໆ​ມາ​ນີ້​, ທ່ານ​ຢາງ​ຢູຈູ​ນ, ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນກ່າວ​ວ່າ, ການ​ຮັກສາ​ສັນຕິພາບ​ແລະ​ຄວາມ​ສະຫງົບ​ຢູ່​ເຂດ​ຊາຍ​ແດນ​​ເປັນຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ທີ່​ສໍາຄັນ​ທີ່​ບັນລຸ​ໂດຍ​ຈີນ​ແລະ​ອິນ​ເດຍ, ສອງ​ຝ່າຍ​ຄວນ​ພະຍາຍາມ​ຮ່ວມ​ກັນ ​ແລະ​ເດີນ​ຕາມ​ທິດ​ທາງ​​ດຽວກັນ.

ທ່ານ​ຢາງ​ຢູຈູ​ນ​ເຜີຍ​ໃຫ້​ຮູ້ວ່າ, ​ໃນ​ກາງ​ເດືອນ​ຕຸລາ​ນີ້, ຢູ່​ນະຄອນຫຼວງ​ນິວ​ແດນ​ລີ​ຂອງ​ອິນ​ເດຍ, ຈີນ​ແລະ​ອິນ​ເດຍ​ໄດ້​ຈັດ​ກອງ​ປະຊຸມ​ກົນ​​ໄກ​ປຶກສາ​ຫາລື​ວຽກງານ​ແລະການ​ປະສານ​ງານ​ ​ໂດຍ​ໄດ້​ບັນລຸ​ຄວາມ​ເຫັນ​ທີ່​ເປັນ​ເອກະສັນ​ກັນ​ຫຼາຍ​ຂໍ້​ກ່ຽວ​ກັບມາດ​ຕະການ​ຮັກສາ​ສັນຕິພາບ​ແລະ​ຄວາມ​ສະຫງົບ​ຢູ່​ເຂ​ດຊາຍ​ແດ​ນ, ​ໃນ​ນັ້ນ​ມີ​ຫຼາຍ​ຂໍ້​ແມ່ນ​ກ່ຽວ​ກັບກອງທັບ ​ເຊິ່ງ​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະວີ​ການ​ພົວພັນ​ແລະ​ການ​ແລ​ກປ່ຽນ​ລະຫວ່າງ​ສອງ​ກອງທັບ ​ໂດຍ​ສະ​ເພາະ​ແມ່ນ​ກອງທະຫານ​ປະ​ຈໍາ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ ​ເພື່ອ​ແກ້​ໄຂ​ວຽກ​ງານ​​ກ່ຽວ​ກັບ​ຊາຍ​ແດນ​ຢ່າງ​ທັນ​ເວລາ ​ແລະ​ເໝາະ​ສົມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ