ນາຍົກ​ຈີນ​ສະ​ເໜີ​ທັດສະນະ 5 ຂໍ້​ເພື່ອ​ແກ້​ໄຂ​ບັນຫາ​ອັຟກາ​ນີສະຖານ
2014-10-31 16:33:46  cri 
    ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຄັ້ງທີ 4 ກ່ຽວ​ກັບ​ຂະ​ບວນການ​ອິສຕານ​ບູນບັນຫາ​ອັຟກາ​ນີສະຖານ ​ໄດ້​ຈັດ​ຂຶ້ນຢູ່​ຫໍ​ຮັບ​ແຂກ​ເມືອງ​ຕ້ຽວ​ຢີທາຍທີ່​ນະຄອນຫຼວງປັກ​ກິ່ງ​ໃນ​ຕອນ​ເຊົ້າວັນ​ທີ 31 ຕຸລາ​ນີ້. ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ​ແລະ ທ່ານ​ອັສຣາຟ ກາ​ນີ ອາ​ຮ໌ມາດ​ຈາ​ຍ ປະທານາທິບໍດີ​ອັຟກາ​ນີສະຖານ ​ໄດ້​ຮ່ວມ​ກັນ​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງນີ້.

    ໃນ​ເວລາ​ກ່າວ​ຄຳ​ປາ​ໄສ, ທ່ານຫຼີ​ເຄີ້ສຽງ ​ໄດ້​ສະ​ເໜີ​ທັດສະນະ 5 ຂໍ້​ຂອງ​ຈີນ​ເພື່ອ​ແກ້​ໄຂ​ບັນຫາ​ອັຟກາ​ນີສະຖານ, ຄື: ຍຶດໝັ້ນ​ໃຫ້​ຊາວ​ອັຟກາ​ນີສະຖານ​ປົກຄອງ​ອັຟກາ​ນີສະຖານ; ຊຸກຍູ້​ຂະ​ບວນການ​ປອງດອງ​ດ້ານ​ການ​ເມືອງ; ​ເລັ່ງລັດ​ການ​ສ້າງ​ສາ​ເສດຖະກິດ​ຄືນ​ໃໝ່; ຊອກ​ຄົ້ນ​ເສັ້ນທາງ​ພັດທະນາ; ​​ແລະເພີ່ມ​ທະວີ​ການ​ສະໜັບສະໜູນ​ຈາກ​ພາຍ​ນອກ.

    ຂະ​ບວນການ​ອິສຕານ​ບູນສ້າງຕັ້ງຂຶ້ນ​ໃນ​ປີ 2011, ​​ເຊິ່ງ​ເປັນ​ກົນ​ໄກ​ຮ່ວມ​ມື​ຂອງພາກ​ພື້ນ​ທີ່​ພົວພັນ​ເຖິງ​ອັຟກາ​ນີສະຖານ​ທີ່​ນຳພາ​ໂດຍ​ປະ​ເທດ​ໃນ​ພາກ​ພື້ນ​ພຽງ​ໜຶ່ງດຽວ​ໃນ​ປັດຈຸບັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ