ທ່ານ​ຫຼິວຊີ​ປາວ​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ​ຈູມ​ມາ​ລີ ​ໄຊ​ຍະ​ສອນ ​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ ສອງ​ພັກ​ຈີນ​ລາ​ວຄັ້ງ​ທີ 3
2014-11-01 16:30:02  cri 


(ທ່ານຫຼິວຊີປາວເຂົ້າຢ້ຽມຄຳນັບທ່ານຈູມມາລີ ໄຊຍະສອນ)


ວັນ​ທີ 31 ຕຸລາ​ແລ້ວ​ນີ້, ທ່ານ​ຫຼິວຊີ​ປາວ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ເລຂາທິການ​ສູນ​ກາງ​ພັກ ຫົວຫນ້າ​ຄະນະ​ໂຄສະນາ​ອົບຮົມສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ນຳພາ​ຄະນະ​ຜູ້​ແທນ​ໄປ​ຢ້ຽມຢາມ ສປປ ລາວ, ​ແລະ​ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ປະທານ​ປະ​ເທດ ສປປ ລາວ.

ກ່ອນ​ອື່ນ ທ່ານ​ຫຼິວຊີ​ປາວ​ໄດ້ສົ່ງ​ຄຳ​ຢື້​ຢາມ​ຖາມ​ຂ່າວ​ທີ່​ສະໜິດ​ສະໜົມ​ຈາກ​ທ່ານ​​ເລຂາທິການ​ໃຫຍ່​ສີ​ຈິ້ນຜິ​ງ​ໄປ​ຍັງ​ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ. ທ່ານ​ກ່າວ​ວ່າ, ຈີນ​​ແລະລາວ​ແມ່ນ​ສອງ​ປະ​ເທດ​ທີ່​ມີ​ຊາຕາກຳ​ຮ່ວມ​ກັນ​ທີ່​ມີ​ຄວາມ​ໝາຍ​ດ້ານ​ຍຸດ​ທະ​ສາດ​ທີ່​ສຳຄັນ.ຈີນ​ຍິນ​ດີ​ຮ່ວມ​ກັບປະ​ເທດ​ລາວ, ຊຸກ​ຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ​​ໃນ​ລະດັບ​ສູງ​ໃນ​ດ້ານ​ການ​ເມືອງ, ການຮ່ວມ​ມື​ດ້ານ​ເສດຖະກິດ​ໃຫ້​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ, ​ແລະ​ການ​ແລ​ກປ່ຽນ​ດ້ານວັດທະນະທຳ​, ຕ່າງ​ຖອດ​ຖອນ​ບົດຮຽນ​ນຳ​ກັນ, ​ເພີ່ມ​ເນື້ອ​ໃນ​ໃໝ່​ແລະ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ​ລາວ​ຕື່ມ​ອີກ. ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ​ຂໍ​ໃຫ້​ທ່ານ​ຫຼິວຊີ​ປາວ​ສົ່ງ​ຄຳ​ຖາມ​ຂ່າວ​ໄປ​ຍັງ​ທ່ານ​ສີ​ຈິ້ນ​ຜິ​ງ,​ແລະ​ຊົມ​ເຊີຍ​ກອງ​ປະຊຸມ​ຄົບ​ຄະນະຂອງຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຄັ້ງ​ທີ 4 ສະ​ໄໝ​ທີ 18​ໄດ້​ໄຂ​ຂຶ້ນ​ຢ່າງ​ປະສົບ​ຜົນສຳ​ເລັດ, ​ແລະ​ກ່າວ​ວ່າ​ລາວ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ພົວພັນ​ລະຫວ່າງ​ລາວ-​ຈີນ,  ​ແລະ​ຍິນ​ດີ​​ໃຫ້ການ​ແລກປ່ຽນ​ແລະ​ການ​ຮ່ວມມື​ລະຫວ່າງ​ສອງ​ພັກ​ແລະ​ສອງ​ລັດກ້າວ​ສູ່​ລວງ​ເລິກ.

ວັນ​ທີ 1 ພະຈິກ​ນີ້, ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ສອງພັກຈີນ​-ລາວ​ຄັ້ງ​ທີ 3 ທີ່​ຖື " ບົດຮຽນ​ຂອງ​ການ​ສ້າງສາ​ປະ​ເທດ​ທີ່​ປົກຄອງ​ດ້ວຍ​ກົດຫມາຍ​ສັງຄົມ​ນິຍົມ" ​ເປັນ​ຫົວ​ຂໍ້​ຫຼັກ​ນັ້ນ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ. ທ່ານ​ຫຼິວຊີ​ປາວ ກັບ​ທ່ານດຣ.ບຸນ​ທອງ ຈິດ​ມະນີ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ  ​ເລຂາທິການ​ສູນ​ກາງ​ພັກ ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ​ປະຊາຊົນ​ປະຕິບັດ​ລາວ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ກອງ​ປະຊຸມ​ດັ່ງກ່າວ​ແລະ​​ໄດ້​ກ່າວ​ບົດ​ປາ​ໃສ​ທີ່​ມີ​ຫົວ​ຂໍ້​ສະ​ເພາະ.

ທ່ານ​ຫຼິວຊີ​ປາວ​ຊີ້​ອອກ​ວ່າ,  ພັກ​ກອ​ມມູນິດ​ຈີນ​ເອົາ​ໃຈ​​ໃສ່​ຢ່າງ​ສູງ​ຕໍ່​ການ​ສ້າງສາ​ການ​ປົກຄອງ​ດ້ວຍ​ກົດໝາຍ, ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 4 ສະ​ໄໝ​ທີ 18 ຂອງສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ມີ​ການຈັດ​ວາງບັນຫາ​ສຳຄັນກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ປົກຄອງປະ​ເທດ​ດ້ວຍ​ກົດໝາຍຢ່າງຮອບດ້ານ, ​ເຊິ່ງມີ​ຄວາມ​ໝາຍ​ເລິກ​ເຊິ່ງຍາວ​ໄກ. ພວກ​ຂ້າພະ​ເຈົ້າ​ຈະ​​ເຮັດ​ໃຫ້ການຍຶດໝັ້ນ​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ, ການ​ໃຫ້​ປະຊາຊົນ​ເປັນ​ເຈົ້າ​ບ້ານ​ຄອງ​ເມືອງ, ​ແລະ​ການປົກຄອງ​ປະ​ເທດ​ດ້ວຍ​ກົດຫມາຍນັ້ນ​ເປັນ​ເອກະ​ພາບ​ກັນ, ​ເດັດດ່ຽວເດີນ​ຕາມ​ເສັ້ນທາງ​ປົກຄອງ​ດ້ວຍ​ກົດຫມາຍ​ສັງຄົມ​ນິຍົມ ​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ສ້າງ​ລະບົບ​ການ​ປົກຄອງ​ດ້ວຍ​ກົດໝາຍ​ທີ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ສ້າງສາ​ປະ​ເທດ​ສັງຄົມ​ນິຍົມ​ທີ່​ປົກຄອງ​ດ້ວຍ​ປົດ​ໝາຍ. ຈີນ​ຍິນ​ດີ​ຮ່ວມ​ກັບ​ລາວ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ໃນ​ການ​ປົກຄອງ​ປະ​ເທດ​ດ້ວຍ​ກົດຫມາຍ​, ຍົກ​ຄວາມ​ສາມາດ​ແລະ​ລະດັບ​ກຳ​ອຳນາດ​ຂອງ​ພັກ​ໃຫ້​ສູງ​ຂຶ້ນ​ເລື້ອຍໆ. ທ່ານ​ດຣ. ບຸນ​ທອງ ຈິດ​ມະນີ ກ່າວ​ວ່າ, ​ລາວ​ຍິນ​ດີ​ຮ່ວມ​ກັບ​ຈີນ​ຕ່າງ​ຮ່ຳຮຽນ​ນຳ​ກັນ​ແລະ​ຕ່າງ​ຖອດ​ຖອນ​ເອົາ​ບົດຮຽນ​ກັນ, ​ແລະ​ເພີ່ມ​ທະວີ​ການ​ສ້າງສາ​ການ​ປົກຄອງ​ດ້ວຍ​ກົດຫມາຍ​ສັງຄົມ​ນີຍົມ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ