ມຽນມາ​ຈັດ​ການພົບ​ປະ​ໂຕະມົນ 5 ຝ່າຍຄັ້ງທຳ​ອິດ​ເພື່ອ​ຊຸກ​ຍູ້​ຄວາມ​ປອງ​ດອງ​ຊາດ
2014-11-01 16:29:24  cri 

ວັນ​ທີ 31 ຕຸລາ​​ແລ້ວນີ້, ມຽນມາ​ໄດ້​ຈັດການ​ພົບ​ປະ ໂຕະມົນສຸ​ດຍອດ 5 ຝ່າຍ ຄື ຜູ້ຕາງໜ້າ​ຂອງລັດຖະບານ, ລັດຖະສະພາ, ກອງທັບ, ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ແລະ ຜູ້ຕາງໜ້າ​ຂອງ​ພັກ​ການ​ເມືອງ​ທີ່​ສຳຄັນຂອງ​ມຽນມາ​ເປັນຄັ້ງທຳ​ອິດ, ​​ໂດຍ​ມີ​ຈຸດປະສົງ​ເພື່ອ​ຊຸກ​ຍູ້​ຂະ​ບວນການ​ປອງ​ດອງ​ຊາດ ​ແລະ ຂະ​ບວນການ​ສັນຕິພາບ​ແລະ​ປະຊາ​ປະ​ທິປະ​ໄຕ​ພາຍ​ໃນ​ປະ​ເທດ​ມຽນມາ.

ຜ່ານ​ການ​ພົບ​ປະກັນ​ທີ່​ບໍ່​ເປີດ​ເຜີຍ​ຕໍ່​ພາຍ​ນອກ​ເປັນ​ເວລາ 2 ຊົ່ວ​ໂມງ, ທ່ານ​ເຢຕຸ​ດ, ​ໂຄສົກ​ປະທານາທິບໍດີ​ມຽນ​ມາ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ ​ໂດຍ​ກ່າວ​ວ່າ: ບັນດາ​ຝ່າຍ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມພົບ​ປະຄັ້ງນີ້​ລ້ວນ​ແຕ່​ເຫັນ​ວ່າ, ການ​ບັນລຸ​ຄວາມ​ປອງ​ດອງ​ຊາດ​ແລະ​ສັນຕິພາບ​ພາຍ​ໃນ​ປະ​ເທດ​ມີ​ຄວາມ​ສຳຄັນ​ເປັນ​ຢ່າງ​ຍິ່ງ​ຕໍ່​ການ​ພັດທະນາ​ຂອງ​ມຽນມາ, ​ຝ່າຍ​ຕ່າງໆ​ກໍ​ເຫັນ​ດີ​ແກ້​ໄຂ​ບັນຫາ​ການ​ເມືອງ​ດ້ວຍ​ວິທີ​ການ​ເມືອງ, ປັບປຸງ​ລັດຖະທຳ​ມະນູນ​ໂດຍ​ຜ່ານລັດຖະ​ສະພາ.

ກອງ​ປະຊຸມ​ພົບ​ປະ​ໂຕ​ມົນ​ຄັ້ງນີ້​ໄດ້​ຈັດ​ຂຶ້ນຢູ່​ທຳນຽບປະທານາທິບໍດີ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເທ​ນ​ເຊ​ນ, ປະທານາທິບໍດີ​ມຽນມາ. ​ເຂົ້າຮ່ວມ​ການ​ພົບ​ປະຄັ້ງນີ້​ມີ​ທ່ານ​ປະທາ ນາທິບໍດີ ເທ​ນ​ເຊ​ນ, ​ຮອງ​ປະທານາທິບໍດີ​ສອງ​ທ່ານ ຄື ທ່ານ​ໄຊ​ມົກຄຳ ​ແລະ ທ່ານ​ນຽນ​ຕຸ​ນ, ທ່ານນາງອອງຊານຊູຈີ, ປະທານພັກສັນນິບາດແຫ່ງຊາດ​ເພື່ອ​ປະຊາທິປະ​ໄຕ​ມຽນມາ ຫຼື NLD, ຜູ້ຕາງໜ້າ​ພັກສາ​ມັກຄີ​ແຫ່ງ​ຊາດ ​ແລະ ຜູ້ຕາງໜ້າ​ພັນທະ​ມິດ​ພັກ​ການ​ເມືອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ອື່ນໆ​ຂອງ​ມຽນມາ​ ລວມທັງ 14 ຄົນ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ