ລົດຍົນຣັດ​ເຊຍງວດ​ທຳ​ອິດ​ທີ່ຂົນ​ສົ່ງ​ເຄື່ອງ​​ຊ່ວຍ​ເຫຼືອທາງ​ດ້ານ​ມະນຸດສະທຳ​ແກ່​ອູ​ແກຣນຄັ້ງທີ 4 ​ໄດ້​ກັບ​ຄືນ​ປະ​ເທດ​ແລ້ວ
2014-11-01 16:31:22  cri 

ວັນ​ທີ 31 ຕຸລາ​​ແລ້ວ​ນີ້, ທ່ານ​ໂອ​ເລັກ ​ໂວ​ໂຣນົຟ, ຮອງ​ຫົວໜ້າ​ສູນ​ຄຸ້ມ​ຄອງ​ສະພາບ​ວິ​ກິດ​ການ ກະຊວງ​ສະຖານະ​ການ​ສຸກ​ເສີນຣັດ​ເຊຍ ກ່າວ​ວ່າ: ລົດຍົນຂອງຣັດ​ເຊຍງວດ​ທຳ​ອິດທີ່ຂົນ​ສົ່ງ​ເຄື່ອງ​​ຊ່ວຍ​ເຫຼືອທາງ​ດ້ານ​ມະນຸດສະທຳຄັ້ງທີ 4 ​​ໄປ​ສູ່​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງອູ​ແກຣນ​ໄດ້​ກັບ​ຄືນ​ປະ​ເທດ​ແລ້ວ. ​ໃນ​ມື້​ດຽວ​ກັນ, ສື່​ມວນ​ຊົນຣັດ​ເຊຍ​ໄດ້​ອ້າງ​ຄຳ​ເວົ້າຂອງ​ທ່ານ​ໂວ​ໂຣນົຟລາຍ​ງານ​ວ່າ, ລົດຍົນ​ທີ່​ຂົນ​ສົ່ງ​ເຄື່ອງ​ຂອງ​ດັ່ງກ່າວ​ລ້ວນ​ແຕ່​​ໄດ້ກັບຄືນ​ປະ​ເທດ​ດ້ວຍ​ລົ​ດ​ເປົ່າ, ທັງ​ບໍ່​ໄດ້​ເກີດ​ເຫດ​ນອກ​ການ​ຄາດ​ຄິດ​ແຕ່​ຢ່າງ​ໃດ​ໃນ​ການ​ຂົນ​ສົ່ງ​ເຄື່ອງ​ຂອງ​ຊ່ວຍ​ເຫຼືອ​ໄປ​ສູ່​ອູ​ແກຣນ​ໃນ​ຄັ້ງນີ້.

ຕອນ​ຄໍ່າ​ມື້​ດຽວ​ກັນ, ກະຊວງ​ການ​ຕ່າງປະ​ເທດ​ອູ​ແກຣນ​ໄດ້​ອອກ​ຖ​ະ​ແຫຼງການ, ​ໂດຍ​ກ່າວ​ປະນາມຣັດ​ເຊຍ​ທີ່ຂົນສົ່ງ​ເຄື່ອງ​ຊ່ວຍ​ເຫຼືອທາງ​ດ້ານ​ມະນຸດສະ​ທໍາ​​ເຂົ້າ​ສູ່​ພາກ​ຕາ​ເວັນ​ອອກ​ຂອງ​ອູ​ແກຣນດ້ວຍ​ຮູບ​ການ​ທີ່​ລະ​ເມີດ​ກົດໝາຍ​ຂອງ​ອູ​ແກຣນ​ໃນ​ມື້​ດຽວ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ