ຝ່າຍ​ຈີນ​ຍຶດຖື​ທ່າ​ທີ​ທີ່​ເປີດ​ປະຕູ​ແລະ​ກວມ​ລວມຕໍ່​ຝ່າຍ​ຕ່າງໆ​ທີ່​​ເຂົ້າຮ່ວມ​ການ​ສ້າງຕັ້ງທະນາຄານ​ລົງທຶນພື້ນຖານ​ໂຄງ​ລ່າງອາຊີ
2014-11-01 16:33:14  cri 

​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 31 ຕຸລາ​ແລ້ວ​ນີ້, ທ່ານ​ຫົງ​ເຫຼີຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໃຫ້​ຮູ້ວ່າ, ທະນາຄານ​ລົງທຶນພື້ນຖານ​ໂຄງ​ລ່າງອາຊີ ຫຼື AIIB ​ກັບກົນ​ໄກຫຼາຍຝ່າຍ​ທີ່​ມີ​ຢູ່​ໃນ​ປັດຈຸບັນມີການ​ພົວພັນ​ທີ່ຊ່ວຍ​ຊູ​ຍູ້​ໜູນກັນ, ສາມາດ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ໃຜ​ລາວ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ອາຊີ​ປາຊີ​ຟິກ, ຝ່າຍ​ຈີນ​ຍິນ​ດີ​ຕ້ອນຮັບ​ປະ​ເທດ​ທີ່​ກ່ຽວຂ້ອງ​ເຂົ້າຮ່ວມ​ກົນ​ໄກ​ດັ່ງກ່າວ, ທັງ​ຍຶດຖື​ທ່າ​ທີ​ທີ່​ເປີດ​ປະຕູ ​ແລະ ​ກວມ​ລວມ.

ທ່ານ​ຫົງ​ເຫຼີຍ ກ່າວ​ວ່າ: ​ໃນ​ການ​ກະກຽມ​ສ້າງຕັ້ງ AIIB, ຝ່າຍ​ຈີນ​ໄດ້​ຮັກສາ​ການ​ແລກປ່ຽນ​ກັບ​ອົສຕຣາລີ, ສ.​ເກົາຫຼີ, ອາ​ເມ​ລິ​ກາ​ແລະ​ປະ​ເທດ​ອື່ນໆ, ຍິນ​ດີ​ຕ້ອນຮັບ​ປະ​ເທດ​ຕ່າງໆ​ເຂົ້າຮ່ວມ​ AIIB, ​ເພື່ອ​ຮ່ວມ​ກັນ​ຊຸກຍູ້​ໃຫ້​ເສດຖະກິດ​ພາກ​ພື້ນ​ອາຊີ​ປາຊີ​ຟິກມີ​ການພັດ​ທະນາ​ໃໝ່. ຝ່າຍ​ຈີນຍິນ​ດີ​ຮ່ວມ​ກັບຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ, ​ເພື່ອ​ສ້າງ​ AIIB ​ໃຫ້​ເປັນ​ເວທີ​ລະດົມ​ທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ອາຊີ​ປາຊີ​ຟິກທີ່​ເປີດ​ປະຕູແລະ ກວມ​ລວມ ​ແລະ ​ເປັນ​ທະນາຄານ​ພັດທະນາຫຼາຍຝ່າຍ, ຮ່ວມ​ກັນ​ຊຸກ​ຍູ້​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ໃຫ້​ມີ​ການ​ພັດທະນາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ