ທູດ​ພິ​ເສດ UN ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ພະຍາຍາມຕໍ່ຕ້ານ​ເຊື້ອ​ໄວຣັດ​ອີ​ໂບລາ​ຢ່າງ​ຕໍ່​ເນື່ອງ
2014-11-01 15:26:02  cri 
ວັນ​ທີ 31 ຕຸລາ​​ແລ້ວນີ້, ທ່ານ​ເດ​ວິດ ນາ​ບາ​ໂຣ, ທູດ​ພິ​ເສດ​ກ່ຽວ​ກັບ​ບັນຫາ​ເຊື້ອ​​ໄວຣັດອີ​ໂບລາ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ຫຼື UN ກ່າວ​ວ່າ, ​ເຖິງ​ວ່າ​ຢູ່​ບາງ​ເຂດ​ໄດ້​ປາກົດມີ​ສະພາບການ​ແຜ່​ລະບາດ​ຂອງພະຍາດ​ທີ່​ຜ່ອນຄາຍ​ລົງ​ກໍ່ຕາມ, ​ແຕ່​ບໍ່​ສາມາດ​ລະ​ເຫຼີງ​ສະ​ຕິ​ຢ່າງ​ເດັດຂາດ, ປະຊາ​ຄົມ​ໂລກ​ຄວນ​ທຳ​ຄວາມ​ພະຍາຍາມ​ຢ່າງ​ຕໍ່​ເນື່ອງ​ເພື່ອ​ຄວບ​ຄຸມ​ສະພາບການ​ແຜ່​ລະບາດ​ຂອງ​ເຊື້ອ​ພະຍາດ​ໄດ້​ໃນ​ທີ່ສຸດ​. ພ້ອມ​ດຽວ​ກັນ​ນັ້ນ, ຈີນ​ຈະ​ສ້າງ​ຫ້ອງ​ທົດ​ລອງ​ຄວາມ​ປອດ​ໄພ​ຊີວະ​ພາບ​ແບບ​ຄົງ​ທີ່ຢູ່​ເຊ​ຣາລີ​ໂອນ​ເພື່ອ​ຊ່ວຍ​ປະ​ເທດ​ນີ້​ປັບປຸງ​ລະບົບ​ສາທາລະນະ​ສຸກ​ໃຫ້​ດີ​ຂຶ້ນ, ​ເພີ່ມ​ທະວີ​ຄວາມ​ສາມາດ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມພະຍາດ​ລະບາດ. ທ່ານ​ໄຄ​ຟາລາ ມາຣາຮ໌, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ແລະ​ການ​ຮ່ວມ​ມື​ສາກົນ​ເຊຣາລີ​ໂອນ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ສັນລະ​ເສີນ​ຕໍ່ຈີນ​ທີ່​ໃຫ້​ການ​ຊ່ວຍ​ເຫຼືອຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຂອງ​ຈີນ​ຕໍ່​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ. ຫ້ອງ​ທົດ​ລອງ​ຄວາມ​ປອດ​ໄພ​ຊີວະ​ພາບ​​ແບບ​ຄົງທີ່​ທີ່​ຈີນ​ຈະ​ຊ່ວຍ​ເຫຼືອ​ກໍ່ສ້າງ​ນັ້ນ, ຈະ​ມີ​ຜົນ​ດີ​ຕໍ່​ການ​ປັບປຸງ​ການ​ສ້າງຄວາມ​ສາມາດ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ​ໃຫ້​ດີ​ຂຶ້ນ, ​ເພີ່ມ​ທະວີ​ຄວາມ​ສາມາດ​ຂອງ​ເຊຣາລີ​ໂອນໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ພະ​ຍາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ