ຮອງ​ປະທານ​ສະພາ​ປຶ​ກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຕ້ອນຮັບ​ການ​ເຂົ້າພົບ​ຂອງປະທານ​ຄະນະ​ກຳມະການ​ນັກ​ນິຕິສາ​ດສາດສະໜາ​ອິສລາມ​ຂອງ​ອິນ​ໂດ​ເນ​ເຊຍພ້ອມ​ດ້ວຍ​ຄະນະ
2014-11-01 15:27:38  cri 
ຕອນ​ບ່າຍ​ວັນ​ທີ 31 ຕຸລາ​ນີ້, ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ຫວາງ​ເຈີ້​ງ​ເຫວີຍ, ຮອງ​ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ດິນ ຊຽມຊຸດດິນ, ປະທານ​ຄະນະ​ກຳມະການ​ນັກ​ນິຕິສາ​ດສາສະໜາ​ອິສລາມ​ຂອງ​ອິນ​ໂດ​ເນ​ເຊຍພ້ອມ​ດ້ວຍ​ຄະນະທີ່​ໄປ​ຢ້ຽມຢາ​ມ.

ທ່ານ​ຫວາງ​ເຈີ້​ງ​ເຫວີຍ​ກ່າວ​ວ່າ, ຈີນ​ແລະ​ອິນ​ໂດ​ເນ​ເຊຍ​​ເປັນ​ປະ​ເທດ​ໃຫຍ່​ທີ່​ພວມ​ພັດທະນາ​ຂອງ​ອາ​ຊີ​ເຊັ່ນ​ກັນ, ພ້ອມ​ກັນ​ນັ້ນກໍ່​ແມ່ນ​ປະ​ເທດ​ໃຫຍ່​ທີ່​ມີ​ຈຳ​ຈວນ​ປະຊາກອນ​ມຸສລິ​ມຫຼາຍ​. ​ໃນ​ຊຸມ​ປີຜ່ານມາ, ​ຢູ່ລະຫວ່າງ​ວົງ​ການ​ສາສະໜາ​ອິສລາມ​ຂອງ​ສອງ​ປະ​ເທດ​ໄດ້​ມີການ​ໄປມາຫາສູ່​ກັນ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ເລື້ອຍໆ, ຫວັງ​ວ່າ​ສອງ​ຝ່າຍ​ສາມາດ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມືກັນ, ປະກອບສ່ວນ​ເຂົ້າ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ-ອິນ​ໂດ​ເນ​ເຊຍ​ໃຫ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ. ທ່ານ​ຫວາງ​ເຈີ້​ງ​ເຫວີ​ຍຍັງ​ໄດ້​ແນະນຳ​ໃຫ້​ແຂກ​ຜູ້​ມີ​ກຽດຮູ້​ສະພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​, ວິ​ໄສ​ທັດດ້ານ​ການ​ພົວພັນ​ຕໍ່​ຕ່າງປະ​ເທດ​ໂດຍ​ສັນຕິ​ ນະ​ໂຍບາຍດ້ານ​ຊົນ​ເຜົ່າ​ແລະ​ສາສະໜາ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ