ໂທລະພາບສູນກາງ ສປ ຈີນ​ແລະ​ສະ​ຖາ​ນີວິ​ທະ​ຍຸ​ປະຊາ​ຊົນ​ກວາງຊີໄດ້​ເຊັນສັນ​ຍາຮ່ວມ​ມືກັບໂທ​ລະ​ພາບ​ແຫ່ງຊາດ​ລາວຊຸກຍູ້ແລກປ່ຽນ​ວັດ​ທະນະທຳສອງ​ປະ​ເທດ
2014-11-01 17:43:22  cri 


(ພິທີເຊັນສັນຍາຮ່ວມມືທາງດ້ານຂ່າວສານແລະລະຄອນເພື່ອເປັນການແລກປ່ຽນວັດທະນະທຳລາວ-ຈີນ)


ຕອນເຊົ້າວັນທີ 1 ພະຈິກນີ້, ຢູ່ສະຖານີໂທລະພາບແຫ່ງຊາດລາວ, ໄດ້ມີພິທີເຊັນສັນຍາຮ່ວມມືທາງດ້ານຂ່າວສານແລະລະຄອນ
ເພື່ອເປັນການແລກປ່ຽນວັດທະນະທຳລາວ-ຈີນ, ໂດຍການເຊັນສັນຍາລະຫວ່າງທ່ານຢວນເຈີ້ງມິງ ຮອງອຳນວຍການໃຫຍ່ໂທລະ
ພາບ ສູນກາງຈີນແລະທ່ານ ລີເຕີກ່າງ ອຳນວຍການໃຫຍ່ສະຖານີວິທະຍຸກະຈາຍສຽງປະຊາຊົນກວາງຊີກັບທ່ານບຸນເຈົ້າ ພິຈິດ
ຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວ, ເຊິ່ງມີທ່ານ ດຣ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຮອງ
ນາຍົກລັດຖະ ມົນຕີລາວ, ແລະທ່ານຫຼີວສີປາວກຳມະການກົມການເມືອງ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ
ເຂົ້າຮ່ວມ.

ກ່ຽວ​ກັນ​ການ​ເຊັນ​ສັນຍາ​ຮ່ວມ​ມື​ຄັ້ງ​ນີ້, ທ່ານບຸນເຈົ້າ ພິຈິດ ຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດໄດ້ກ່າວວ່າ: ຕາມສັນຍາຮ່ວມ
ມືຂໍ້ມູນຂ່າວສານ, ໂທລະພາບສູນກາງຈີນຈະສະໜອງຂໍ້ມູນຂ່າວສານເຊັ່ນ: ຂໍ້ມູນວິດີໂອແລະສັນຍານອອກອາກາດຖ່າຍທອດສົດໃຫ້
ແກ່ໂທລະພາບແຫ່ງຊາດລາວ, ພ້ອມດຽວກັນນັ້ນ, ໂທລະພາບແຫ່ງຊາດລາວກໍຈະສະໜອງຂໍ້ມູນຂ່າວສານເຊັ່ນດຽວກັນ, ຂະນະທີ່
ການຮ່ວມມືລະຫວ່າງໂທລະພາບແຫ່ງຊາດລາວແລະສະຖານີວິທະຍຸປະຊາຊົນກວາງຊີ, ແມ່ນສັນຍາຮ່ວມມືກ່ຽວກັບລະຄອນ, ຊຶ່ງທັງ
ສອງຝ່າຍໄດ້ຕົກລົງຈະເປີດໂຮງລະຄອນຈີນຢູ່ໂທລະພາບແຫ່ງຊາດລາວແລະຈະອອກອາກາດລະຄອນຊຸດທາງໂທລະພາບທີ່ສະ
ຖານີວິທະຍຸປະຊາຊົນກວາງຊີໄດ້ແປອອກນັ້ນ, ຊຶ່ງຈະອອກອາກາດທຸກໆວັນ, ໃນໄລຍະເວລາ 2 ປີ.  ຊຶ່ງ ເປັນການປະກອບສ່ວນອັນ
ສຳຄັນໃນການ ຍົກລະດັບການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ດີຍິ່ງຂື້ນແລະຍັງເປັນການແລກປ່ຽນວັດທະນະທຳຂອງສອງ
ປະເທດ.

ພິເສດການຮ່ວມມືໃນຄັ້ງນີ້ແມ່ນຈະຊ່ວຍຍົກລະດັບໃຫ້ແກ່ໂທລະພາບລາວ ຊຶ່ງມີລາຍການຂ່າວແລະລະຄອນຫລາຍຍິ່ງຂື້ນ, ພ້ອມດຽວ
ກັນຍັງຊ່ວຍໃນເລື່ອງການອອກອາກາດແລະປັບປຸງເນື້ອໃນສາລະໜ້າຮູ້ຕ່າງໆເພື່ອສັງຄົມໄດ້ດີຂື້ນກວ່າເກົ່າ, ຊຶ່ງທັງສອງຝ່າຍກໍຍັງ
ເຊື່ອໝັ້ນວ່າການຮ່ວມມືແລກປ່ຽນລະຄອນຊຸດທາງໂທລະພາບນັ້ນຈະເປັນຂົວເຊື່ອມຕໍ່ຈິດໃຈເພີ່ມທະວີຄວາມເຂົ້າໃຈວັດທະນະທຳແລະ
ຊຸກຍູ້ມິດຕະພາບບໍລິສຸດລະຫວ່າງປະຊາຊົນສອງປະເທດເຊິ່ງກັນແລະກັນ ແລະ ໃນອານາຄົດຫາກວ່າການຮ່ວມມືມີຜົນສຳເລັດ, ຈີນຈະ
ສືບຕໍ່ແລກປ່ຽນທາງດ້ານການສ້າງບຸກຄະລາຄອນຂ່າວແລະຮູບເງົາໃຫ້ລາວຫລາຍຍິ່ງຂື້ນ.

ທ່ານ ສຈ. ດຣ ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫລງຂ່າວວັດທະນະທຳແລະທ່ອງທ່ຽວ​ໄດ້​ຕີ​ລາຄາ​ສູງ​ຕໍ່ຈີນ​ທີ່
​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ຢ່າງ​ຫຼວງ​ຫຼາຍ​ແກ່​ໂທລະພາບ​ແຫ່ງ​ຊາດ​ລາວ, ທ່ານ​​ໃຫ້​ສຳພາດ​ຕໍ່ນັກຂ່າວ CRI ວ່າ: ລາວ-ຈີນໄດ້ມີການພົວພັນ
ຮ່ວມມືກັນຢ່າງຍາວນານ, ຈີນໄດ້ຊ່ວຍເຫລືອຫລາຍສິ່ງແລະໂດຍພື້ນຖານກໍຊ່ວຍເຮັດໃຫ້ໂທລະພາບແຫ່ງຊາດລາວສາມາດພັດທະນາ
ຫລາຍຂື້ນ, ພ້ອມທັງຮັບໃຊ້ໜ້າທີ່ການເມືອງຕາມພັກ-ລັດມອບໝາຍໄດ້ຢ່າງມີປະສິດທິຜົນ. ຈີນໄດ້ ຊ່ວຍສ້າງພັດທະນາພື້ນຖານໂຄງ
ລ່າງໃຫ້ແກ່ໂທລະພາບແຫ່ງຊາດລາວ, ເປັນມູນຄ່າຫລາຍກວ່າສິບລ້ານໂດລາ ແລະ ເຮັດໃຫ້ມີຄວາມທັນສະໄໝຫລາຍຂື້ນ, ນອກຈາກ
ນີ້ ຍັງຊ່ວຍຝຶກອົບຮົມພະນັກງານທາງດ້ານວິຊາການແກ່ໂທລະພາບແຫ່ງຊາດ, ສະນັ້ນເປັນການເອື້ອອຳນວຍຄວາມສະດວກແກ່ພວກເຮົາ,
ນອກຈາກນີ້ທາງຝ່າຍຈີນພວມເຫັນດີອະນຸມັດຊ່ວຍເຫລືອໄລຍະທີ 2 ໃຫ້ແກ່ໂທລະພາບແຫ່ງຊາດເປັນມູນຄ່າກວ່າລ້ານໂດລາ, ຊຶ່ງຈະ
ຊ່ວຍປະກອບອຸປະກອນເພີ່ມຕື່ມແກ່ສະຖານີໂທລະພາບແຫ່ງຊາດ,  ພ້ອມກັນນີ້ທາງກະຊວງຖະແຫລງຂ່າວ, ວັດທະນະທຳແລະທ່ອງທ່ຽວ,
ພວມໄດ້ສ້າງຫັນຈາກການລະບົບອັນນາລອກ, ເປັນລະບົບດີຈີຕອນ, ພ້ອມດຽວກັນໃນປີ 2015 ກໍຈະຮ່ວມກັບບັນດາປະເທດອາຊຽນຫັນ
ເປັນລະບົບດີຈີຕອນ ເພື່ອໃຫ້ມີຄວາມທັນສະໄໝ.


1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ