ກາ​ນາ​ດາ​ຢຸດ​ເຊົາ​ການອອກ​ວິຊາ​​​ໃຫ້​ແກ່​ພົນລະ​ເມືອງ​ປະ​ເທດ​ອາ​ຟຣິກາ​ທີ່​ເກີດ​​ພະຍາດ​​ອີ​ໂບລາ
2014-11-01 14:39:59  cri 
ຕາມ​ຂ່າວCRI: ວັນ​ທີ 31 ຕຸລາທີ່​ຜ່ານ​ມາ, ກົມຄຸ້ມຄອງ​ພົນລະ​ເມືອງແລະຄົນເຂົ້າເມືອງ​ຂອງ​ກາ​ນາ​ດາ​ປະກາດ​ວ່າ, ​ເພື່ອ​ປ້ອງ​ກັນ​ສຸຂະພາບ​ແລະ​ຄວາມ​ປອດ​ໄພ​ຂອງ​ພົນລະ​ເມືອງ​ກາ​ນາ​ດາ, ນັບ​ແຕ່​ວັນ​ທີ 31 ຕຸລາ​ທີ່ຜ່ານ​ມາ​ເປັນ​ຕົ້ນ​ໄປ, ກາ​ນາດ​າຈະຢຸດ​ເຊົາ​ການ​ອອກ​ວິຊາ​​ໃຫ້​ແກ່​ພົນລະ​ເມືອງ​ປະ​ເທດ​ອາ​ຟຣິກາ​ທີ່​ໄດ້​ເກີດ​ໄພ​ພະຍາດ​ອີ​ໂບລາ.

ພ້ອມ​ກັນນັ້ນ, ​ໂດຍ​ໄດ້​ພິຈາລະນາ​ເຖິງພະຍາດ​ອີ​ໂບລາທີ່ມີ​ລັກສະນະ​ພິ​​ເສດ​ຄືລະບາດ​ໄວ, ກະຊວງສາທາລະນະ​ສຸກກາ​ນາ​ດາ​ຈະ​ເພີ່ມ​ທະວີ​ການ​ກວດກາ​ດ້ານສາທາລະນະ​ສຸກ​ຕໍ່​ຄົນ​ທີ່​ເຂົ້າ​ແດນ​ກາ​ນາ​ດາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ