ໄວ້ອາ​ໄລ​ເຖິງ​ທ່ານ​ເນ​ວຊັນ ​ເມນ​ເດ​ລາUNESCOສະຫຼອງ​ວັນສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 70 ປີ​
2014-11-01 14:49:07  cri 
ວັນ​ທີ 31 ຕຸລາ​ທີ່​ຜ່ານ​ມາ, ຢູ່​ທີ່ສຳນັກງານ​ໃຫຍ່​ຂອງອົງການ​ການ​ສຶກສາ, ວິທະຍາສາດ​ແລະ​ວັດທະນະທຳ​ຂອງ​ສະຫະ​ປະຊາ​ຊາດຫຼື UNESCO ທີ່ນະຄອນຫຼວງ​ປາຣີຂອງຝຣັ່ງ​ໄດ້​ຈັດ​ກິດຈະກຳ​ການ​ໄວ້ອາ​ໄລ​ເຖິງ​ທ່ານ​ເນ​ວຊັນ ​ເມນ​ເດ​ລາ, ອະດີດ​ປະທານາທິບໍດີ​ອາ​ຟຣິກາ​ໃຕ້, ​ເຊິ່ງ​​ເປັນ​ການ​ເລີ່​ມຕົ້ນ​ຂອງ​ກິດ​ຈະ​ກຳ​ສະ​ເຫຼີ​ມ ສະຫຼອງການ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 70 ປີ​ຂອງ UNESCO.

ທ່ານ​ນາງອີຣິນນາ ​ໂບ​ໂຄ​ວາ, ຜູ້ອຳນວຍການ​ໃຫຍ່​ຂອງ UNESCO ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ​ໃຫຍວ່າ, ການ​ສ້າງ​ຕັ້ງອົງການ UNESCO ​ເປັນ​ຂີດ​ໝາຍ​ຂອງ​ການ​ເຄົາລົບ​ນັບຖື​ເຊິ່ງກັນ​ແລະ​ກັນ​ຂອງ​ມະນຸດ    , ​ເຊິ່ງມີ​ຈຸດປະສົງ​ເພື່ອ​ບັນລຸ​ເປົ້າ​ໝາຍ​ຮ່ວມ​ກັນຂອງ​ມວນ​ມະນຸດ​ດ້ວຍ​ການ​ແລກປ່ຽນ​ແລະ​ການ​ສົນທະນາ​ຢ່າງ​ສະ​ເໝີ​ພາບ. ​ໃນ​ຫຼາຍ​ສິບ​ປີຜ່ານມາ, ​ເຖິງ​ແມ່ນ​ວ່າ​ໄດ້​ຮັບ​ຜົນສຳ​ເລັດ​ໂດຍ​ສັນຕິ​ຈຳ​ນວນໜຶ່ງກໍ​ຕາມ, ​ແຕ່​ວ່າ​ຍັງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຢ່າງ​ຫຼວງ​ຫຼາຍ, ຕ້ອງການ​ມະນຸດ​ປະ​ເຊີນ​ໜ້າ​ດ້ວຍ​ຄວາມ​ກ້າຫານ​ແລະ​ສະຕິປັນຍາ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ທ່ານ​ນາງອີຣິນນາ ​ໂບ​ໂຄ​ວາກ່າວຕື່ມ​ວ່າ, ​ໃນ​ຂະນະ​ທີ່​ເລີ່​ມດຳ​ເນີນ​ກິດຈະກຳ​ສະ​ເຫຼີ​ມສະຫຼອງ​ການ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 70 ປີ​ຂອງ UNESCO, ຕ້ອງການ​ໄວ້ອາ​ໄລ​ເຖິງ​ບຸກຄົນ​ຍິ່ງ​ໃຫຍ່​ຜູ້​ໜຶ່ງ​ກໍ​ຄື​ທ່ານ​ເນ​ວຊັນ ​ເມນ​ເດ​ລາ. ​ເພາະວ່າ​​ເພິ່ນ​ເຮັດ​ໃຫ້​ຄົນ​ອື່ນ​ເຊື່ອ​ວ່າ, ຜ່ານສັນຕິວິທີ​ແລະ​ການ​ເຄົາລົບ​ນັບຖື​ເຊິ່ງກັນ​ແລະ​ກັນ, ຈະ​ມີ​ໂລກ​ທີ່​ດີ​ງາມກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ